ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 19/12, ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ໄດ້​ຈັດການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ 25 ປີ​ແຫ່ງ​ວັນທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ (22/12/1944 – 22/12/2014).

        ທີ່ພິທີ​ສະ​ເຫຼີ​ມສະຫຼອງ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ ກວາງ​ຈິ້, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ ​ໄດ້​ຫວນ​ຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ຕະຫຼອດ​ໄລຍະ 70 ປີຜ່ານມາ, ພ້ອມ​ກັນ​ນັ້ນກໍ່ວາງ​ອອກ​ໜ້າ​ທີ່​ໃນ​ເງື່ອນ​ໄຂ​ປະຈຸ​ບັນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ດ່າ​ນັ້ງ ໄດ້​ຈັດການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ 25 ປີ​ແຫ່ງ​ວັນ​ທົ່ວ​ປວງ​ຊົນປ້ອງ​ກັນຊາ​ດ ​ແລະ ພົບ​ປະ​, ປະດັບ​ຫຼຽນ​ໄຊ​ປົກ​ປັກຮັກສາປະ​ເທດ​ຊາດ​ຊັ້ນ​ໜຶ່ງ, ຊັ້ນ 2 ​ແລະ ຊັ້ນ 3 ​ໃຫ້​ບັນດາ​ນາຍ​ ທີ່​ໄດ້ບັນລຸຜົນ​ງານ​ດີ​ເດັ່ນ​ໃນ​ການ​ຝຶກ​ຮົບ​ຮົມ​ຮັບ​ໃຊ້​ການ​ສູ້ຮົບ, ສ້າງ​ກຳລັງ​ກອງທັບ​ປະຊາຊົນ, ປັບປຸງ​ການ​ປ້ອງ​ກັນຊາ​ດ, ປະກອບ​ສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປ​ັກຮັກສາ​ປະ​ເທດ​ຊາດ.

        ​ໃນ​ໂອກາດ​ນີ້ສະຫະ​ສະມາຄົມ​ແມ່ຍິງ​ຫວຽດນາມ, ​ໄດ້​ສົມທົບ​ກັບ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ດ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ “ນ້ຳ​ໃຈ​ທະຫານ ປະຊາຊົນ”, ມອບ​ຂອງຂວັນ​ໃຫ້​ແມ່​ຫວຽດນາມ​ວິລະ​ຊົນ, ບັນດາ​ຄອບຄົວເປົ້າໝາຍ​ນະ​​ໂຍບາຍ​ໃນ​ບໍລິ​ເວນ​ນະຄອນຫຼວງ.

        ສ່ວນ​ພະ​ແນ​ກວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ກວາງ​ຫງ້າ​ຍ ​ໄດ້​ວາງສະ​ແດງ​ວັດຖຸ​ພັນ​ໃນ​ການ​ສູ້​ຮົບ​ຂອງ​ທະຫານ ​ແລະ ປະຊາຊົນ​ແຂວງ​ຫວາງ​ຫງ້າ​ຍ ​ໄລຍະ​ແຕ່​ປີ 1945 – 1975.

ຂ່າວ/ບົດ​ອື່ນ