ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ60ປີແຫ່ງໄຊຊະນະດ້ຽນບຽນຝູ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ60ປີແຫ່ງໄຊຊະນະດ້ຽນບຽນຝູ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 5/5, ຢູ່​ຮ່າ​ໂນ້ຍ, ສະຖາບັນ​ດິບ​ວິທະຍາສາດ - ສັງຄົມ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ: “​ໄຊຊະນະ ດ້ຽນບຽນ​ຝູ - ກຳລັງ​ແຮງ ຫວຽດນາມ ​ແລະ ຂະໜາດ​ຍຸກ​ສະ​ໄໝ”. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​​ໄຈ້​ແຍກ, ຕີ​ລາຄາ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ປະທານ ​ໂຮ່ຈີ​ມິນ ສຳລັບ​ບັ້ນ​ຮົບ ດ້ຽນບຽນ​ຝູ, ການປະກອບສ່ວນຂອງ​ບັນດາ​ກຳລັງ, ບັນດາ​ທ້ອງ​ຖິ່ນ​ເຂົ້າ​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ ກໍ່​ຄື​ການ​ສະໜັບ​ສະ​ໜູນ, ກາ​ນຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ ​ແລະ ການ​ສົມທົບ​ກັນ​ສູ້​ຮົບ​ລະຫວ່າງ​ປະຊາຊົນ 3 ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ. ກອງ​ປະຊຸມ​ສຳ​ມະ​ນາກໍ່​​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ, ວົງ​ການ​ນັກ​ຄົ້ນ​ຄ້ວາ​ການ​ທະຫານ ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​​ໄຊຊະນະ ດ້ຽນບຽນ​ຝູສຳລັບ​ການ​ປະຕິ​ວັດ ຫວຽດນາມ ພົ້ນ​ເດັ່ນ​ຂຶ້ນ, ກໍ​ຄື​​ຂະໜາດ​ຍຸກ​ສະ​ໄໝຂອງ​ໄຊຊະນະ ທີ່​ພາ​ໄປ​ເຖິງ​ການ​ປ່ຽນ​​ແປງ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບັນດາ​ປະ​ເທດ​​ໃຫຍ່, ​ເປີ​ດ​ໄລຍະ​ໃໝ່​ດ້ວຍ​ໄຊຊະນະ​ຂອງ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ໃນ​ທົ່ວ​ໂລກ.

    ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່ວັນ​ທີ 4/5, ຢູ່ ຮ່າ​ໂນ້ຍ, ​ໄດ້​ຈັດ​ຕັ້ງລາຍການ​ພົວພັນ​ແລກປ່ຽນ​ສິລະ​ປະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຫວຽດນາມ - ກຳລັງ​ແຮງ ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ: “ດ້ຽນບຽນ​ຝູ - ຂີດ​ໝາຍ​ແຫ່ງ​ຍຸກ​ສະ​ໄໝ” ທີ່​ໄດ້​ວາດ​ພາບ​ໄລຍະ​ປະຫວັດສາດ​ທີ່​ສະຫງ່າ​ອົງອາດ​ຂອງ​ຊາດ ​ເຊິ່ງຈຸດ​ສູງ​ແມ່ນ​ໄຊຊະນະ ດ້ຽນບຽນ​ຝູ.

    ກໍ່​ໃນ​ວັນ​ທີ 4/5, ຢູ່​ແຂວງ ກວາງ​ນີງ ​ໄດ້​ຈັດ​ຕັ້ງ​ລາຍການ “ວັນ​ບຸນ ດ້ຽນບຽນ​ຝູ”, ​ເຊິ່ງດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮຽນ​​ນະຄອນ ຕາມ​ກີ່​ ເກືອບ 500 ຄົນ. ບັນດາ​ນ້ອງ​ນັກຮຽນ​ໄດ້​ຊົມ​ຟິມ​ຮູ​ບ​ເງົາ​ເອກະສານ​ກ່ຽວ​ກັບບັ້ນ​ຮົບ ດ້ຽນບຽນ​ຝູ, ພົບ​ເອກ ຫວໍ​ງວຽນ​ຢາ​ບ, ພົວພັນ​ແລ​ກປ່ຽນ​ກັບ​ບັນດາ​ນັກຮົບ​ດ້ຽນບຽນ​ໃນ​ເມືອກ່ອນ, ​ເຂົ້າ​ຮ່ວມ​ການລະ​ຫຼີ້ນ ຊອກ​ຮູ້​ຄວາມ​ຮູ້​ກ່ຽວ​ກັບ​ໄຊຊະນະ ດ້ຽນບຽນ​ຝູ, ຢ້ຽມຢາມ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ທ່ານ ​ເລ​ກົງຣີ, ຜູ້ອຳນວຍການ​ສູນ ​ຊາວ​ໜຸ່ມ - ​ເຍົາວະ​ຊົນ​ພາກ​ກາງ ​ໃຫ້​ຮູ້​ວ່າ:

    “ສຳລັບ​ລຸ້ນໜຸ່ນ​ໃນ​ປະຈຸ​ບັນ, ​ເມື່ອ​ໄດ້​ຮຳ່ຮຽນ ​ແລະ ຊອກ​ຮູ້​ກ່ຽວ​ກັບ ດ້ຽນບຽນ​ຝູ ​ແມ່ນມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ມູນ​ເຊື້ອ​ຕໍ່ສູ້, ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ຊາດ, ມູນ​ເຊື້ອ​ຂອງ​ລຸ້ນພໍ່, ລຸ້ນອ້າຍ​. ລຸ້ນໜຸ່ມ​ໃນ​ປະຈຸ​ບັນ​ໝັ້ນ​ໝາຍ​ຈະ​ເສີມຂະຫຍາຍ​ມູນ​ເຊື້ອ​ຂອງ​ລຸ້ນພໍ່, ລຸ້ນອ້າຍ​, ປະກອບ​ຄວາມ​​ສາມາດ, ກຳລັງ​ໜຸ່ມ​ແໜ້ນ​ຂອງ​ຕົນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”

 


ຂ່າວ/ບົດ​ອື່ນ