ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນ ສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນ ສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ຢ້ຽມຢາມ
​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ທະຫານ​ເຂດ 7)


(vovworld) – ຕອນ​ເຊົ້າ​ວັນ​ທີ 21/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ທະຫານ​ເຂດ 7. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ​ໄດ້​ເອົາ​ໃຈ​ໃສ່​ກຳລັງ​ປະກອບ​ອາ​ວຸດທະຫານ​ເຂດ 7 ຕ້ອງ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ; ​ເພີ່ມ​ທະວີ​ການ​ຍູ້​ແຮງ​ວຽກ​ງານ​ສຶກສາ​ດ້ານ​ການ​ເມືອງ; ​ເອົາ​ໃຈ​ໃສ່​ກຳ​​ແໜ້ນ​ສະພາບ​ການ​ໃນ​ບໍລິ​ເວັນ, ປະຕິບັດ​ວຽກ​ງານ​​ເປັນ​ເສນາ​ທິການ​ເປັນ​ຢ່າງ​ດີ… ປະກອບ​ສ່ອນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ ​ແລະ ສືບ​ຕໍ່​ຮັກສາ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ​ໃນ​ບໍລິ​ເວນ​ຕັ້ງ​ທັບ​ຢ່າງ​ໝັ້ນຄົງ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ນະຄອນ​​ໂຮ່ຈິ​ມິນ, ການ​ນຳ​ນະຄອນ​ໂຮ່ຈິ​ມິນ​ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ສຸ​ສານ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ນະຄອນ; ຖະຫວາຍ​ດອກ​ໄມ້, ທູບ​ທຽນບັນດາ​ນັກຮົບ​ວິລະ​ຊົນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ວັດ ​ເບັ໋ນ​ເຢືອກ (​ເມືອງ ກູ​ຈີ), ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ເຊົ້າ​ວັນ​ທີ 21/12, ຢູ່​ນະຄອນ​​ໂຮ່ຈິ​ມິນ ​ໄດ້​ໄຂ​ງານ​ວາງສະ​ແດງ​ບັນດາ​ແຜນ​ຮ່າງ​ອອກ​ແບບ​ກໍ່ສ້າງ​ເຂດ​ອາ​ໄລ​ຫາ​ບັນດາ​ນັກຮົບ ກາກ​ມາ, ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ເຄົາລົບ ​ແລະ ຮູ້​ບຸນຄຸນພະນັກງານ, ນັກຮົບກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ທີ່​ໄດ້​ຕໍ່ສູ້ ​ແລະ ​ເສຍສະຫຼະ​ຊີວິດ​ຢ່າງ​ພິລະ​ອາດ​ຫານ​ຢູ່​ເຂດ​ທະ​ເລ​ເກາະ ກາກ​ມາ, ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ​ຫວຽດນາມ ​ເມື່ອ​ວັນ​ທີ 14/03/1988.

ຂ່າວ/ບົດ​ອື່ນ