ການເຄື່ອນໄຫວທີ່ຟົດຟື້ນໃນວັນບຸນເຕັດປະຊາຄົມຊາວຫວຽດນາມອາໄສຢູ່ລາວ ແລະ ອິນເດຍ

(VOVWORLD) -ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບສະຄອບຄົວໄທບ້ານດຽວກັນຊຽງຂວາງ - ແມ່ຂອງ - ຊຽງວາງ - ປາກເຊ - ຮ່າໂນ້ຍ ແລະ ດ່ານັ້ງ ໄດ້ຈັດບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ.

ການເຄື່ອນໄຫວທີ່ຟົດຟື້ນໃນວັນບຸນເຕັດປະຊາຄົມຊາວຫວຽດນາມອາໄສຢູ່ລາວ ແລະ ອິນເດຍ - ảnh 1 ບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ 2020 ຢູ່ລາວ

(ພາບ: Vietnam+)

ດ້ວຍຫົວຂໍ້ວ່າ “ຊົມເຊີຍພັກ - ຊົມເຊີຍລະດູບານໃໝ່ - ຊົມເຊີຍປະເທດຊາດ”, ຕອນຄ່ຳວັນທີ 19 ມັງກອນ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບສະຄອບຄົວໄທບ້ານດຽວກັນຊຽງຂວາງ - ແມ່ຂອງ - ຊຽງວາງ - ປາກເຊ - ຮ່າໂນ້ຍ ແລະ ດ່ານັ້ງ ໄດ້ຈັດບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ. ມີພໍ່ແມ່ປະຊາຊົນ ແລະ ແຂກຖືກເຊີນກ່ວາ 1.000 ຄົນເຂົ້າຮ່ວມ ໄດ້ພ້ອມກັນຮັບປະທານບັນດາເຍື່ອງອາຫານພິເສດໃນຊຸມວັນບຸນເຕັດຄື: ເຂົ້າຕົ້ມ, ຢໍ່, ແກງໜໍ່ໄມ້… ແລະ ຮັບຊົມບັນດາລາຍການສະແດງສິລະປະຟ້ອນລຳທຳເພງໂດຍພໍ່ແມ່ປະຊາຊົນຢູ່ທີ່ນີ້ສະແດງ.

          ຕອນຄ່ຳວັນທີ 19 ມັງກອນ, ສະຖານທູດຫວຽດນາມ ປະຈຳອິນເດຍ ກໍ່ໄດ້ຈັດລາຍການບຸນເຕັດປະຊາຄົມປີຊວດ 2020. ກ່າວຄຳເຫັນທີ່ລາຍການ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຟ້າມແຊງເຈົາ ສະແດງຄວາມປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນເດຍ ຍາມໃດກໍ່ສາມັກຄີກັນ, ມີຄວາມສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນໃນການດຳລົງຊີວິດ ແລະ ໃນວຽກງານ.

ຕອບກັບ

ຂ່າວ/ບົດ​ອື່ນ