ການເຄື່ອນໄຫວທີ່ມີຄວາມໝາຍເພື່ອໜູນຊ່ວຍເປົ້າໝາຍປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດບຸນເຕັດປີຊວດ

(VOVWORLD) -ຕອນຄ່ຳວັນທີ 19 ມັງກອນ, ສະຫະພັນແຮງງານນະຄອນໂຮ່ຈີມິນ ໄດ້ຈັດລາຍການ “ບຸນເຕັດແຫ່ງການເຕົ້າໂຮມ ປີ 2020” ໃຫ້ບັນດາຄອບຄົວກຳມະກອນ, ຊາວຜູ້ອອກແຮງງານທີ່ບໍ່ມີເງື່ອນໄຂກັບເມືອບ້ານເນື່ອງໃນໂອກາດຕ້ອນຮັບບຸນເຕັດປີຊວດ 2020.

ການເຄື່ອນໄຫວທີ່ມີຄວາມໝາຍເພື່ອໜູນຊ່ວຍເປົ້າໝາຍປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດບຸນເຕັດປີຊວດ - ảnh 1

 ມີການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍເພື່ອໜູນຊ່ວຍເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ

(ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງອົງການກຳມະບານ ເພື່ອແນໃສ່ແບ່ງປັນພ້ອມກັບສະມາຊິກກຳມະບານ, ຊາວຜູ້ອອກແຮງງານ, ໂດຍສະເພາະແມ່ນບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດເມື່ອບຸນເຕັດວຽນມາ.

          ແລະກໍ່ໃນວັນດຽວກັນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນໂຮ່ຈີມິນ ຈັດລາຍການ “ຄອບຄົວອົບອຸນຍາມບຸນເຕັດ” ໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງປະມານ 2.000 ນ້ອງ.

          ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມນະຄອນຫາຍເຢືອງ ໄດ້ຜັນຂະຫຍາຍບັນດາລາຍການກຸສົນ, ເພື່ອປະຊາຄົມ; ມອບຂອງຂວັນໃຫ້ບັນດາຄອບຄົວສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທະຫານເສຍອົງຄະ, ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດ, ມອບທຶນສຶກສາໃຫ້ນັກຮຽນທຸກຍາກທີ່ບືນຕົວຂຶ້ນຮ່່ຳຮຽນເກັ່ງ.

          ໃນລະຫວ່າງວັນທີ 18 – 19 ມັງກອນ, ຢູ່ຕາແສງເມື່ອງຊາຍ, ເມືອງ ຊົງມ້າ, ແຂວງ ເຊີນລາ ກໍ່ໄດ້ຈັດບັນດາລາຍການມອບຂອງຂວັນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ