ການເຄື່ອນໄຫວລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຄວນຮັບປະກັນຄວາມປອດໄພ ແລະ ປ້ອງກັນ, ຕ້ານໂລກລະບາດ

(VOVWORLD) -ຕອນບ່າຍວັນທີ 5 ພຶດສະພາ,ທ່ານຮອງປະທານຜູ້ຈຳການ ສະພາແຫ່ງຊາດຫວຽດນາມ ເຈີນແທງເໝີ້ນ ໄດ້ລົງເຮັດວຽກກັບການນຳແຂວງເຊີນລາ ກ່ຽວກັບວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ
ການເຄື່ອນໄຫວລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຄວນຮັບປະກັນຄວາມປອດໄພ ແລະ ປ້ອງກັນ, ຕ້ານໂລກລະບາດ - ảnh 1ທ່ານຮອງປະທານຜູ້ຈຳການ ສະພາແຫ່ງຊາດຫວຽດນາມ ເຈີນແທງເໝີ້ນ ເຮັກວຽກຢູ່ແຂວງເຊີນລາ

    ທ່ານຮອງປະທານຜູ້ຈຳການ ສະພາແຫ່ງຊາດຫວຽດນາມ ເຈີນແທງເໝີ້ນ ໄດ້ຕີລາຄາສູງວຽກງານຈັດຕັ້ງຜັນຂະຫຍາຍບັນດາການເຄື່ອນໄຫວຂອງແຂວງເຊີນລາເພື່ອຮັບໃຊ້ວັນເລືອກຕັ້ງເພື່ອຮັບປະກັນລັກສະນະຄົບຊຸດ, ຮັດກຸ່ມ, ບັນດາໝາກຜົນດີ, ຖືກຕ້ອງຕາມເວລາກຳນົດ ພ້ອມທັງສະເໜີແຂວງສືບຕໍ່ປະຕິບັດບັນດາວິທີການແກ້ໄຂຮັບປະກັນໃຫ້ການເລືອກຕັ້ງປະສົບຜົນສຳເລັດ. ທ່ານຮອງປະທານຜູ້ຈຳການ ສະພາແຫ່ງຊາດຫວຽດນາມ ເຈີນແທງເໝີ້ນ ກ່າວວ່າ :

   “ ຂ້າພະເຈົ້າສະເໜີແຂວງ ເອົາໃຈໃສ່ ຕິດຕາມເວັນຍາມຕະຫຼອດວັນຄືນ ແລະ ມີ 3 ບັນຫາ, ທີ 1 ແມ່ນວຽກງານໂຄສະນານັບແຕ່ນີ້ຮອດວັນເລືອກຕັ້ງ, ທີ 2 ແມ່ນຂົນຂວາຍປະຊາຊົນມີສະຕິຄວາມຮັບຜິດຊອບໃນການໄປປ່ອນບັດ, ທີ 3 ແມ່ນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ”

     ໃນວັນດຽວກັນທ່ານຮອງປະທານສະພາແຫ່ງຊາດ ໂດ້ບ້າຕິໄດ້ລົງກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງຟູ້ອຽນ.

ຕອບກັບ

ຂ່າວ/ບົດ​ອື່ນ