ການເຄື່ອນໄຫວສະເລີມສະຫຼອງ60ປີໄຊຊະນະດ້ຽນບຽນຝູ

ການເຄື່ອນໄຫວສະເລີມສະຫຼອງ60ປີໄຊຊະນະດ້ຽນບຽນຝູ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງ​ຢ້ຽມຢາມ​ຄອບຄົວນັກຮົບ​ເກົ່າ ຮ່ວາງວັນໄບ

(vovworld) –ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2014), ຕອນ​ບ່າຍ​ວັນ​ທີ 6/5, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງ​ຢ້ຽມຢາມ​ນັກຮົບ​ເກົ່າ​ບາງ​ຄົນ, ຊຶ່ງ​ແມ່ນ​ບັນດາ​ຕົວ​ພະຍາ​ຫຼັກ​ຖານ, ປະກອບສ່ວນ​ໂດຍ​ກົງ​ເພື່ອ​ສ້າງ​ໃຫ້​ມີ​ໄຊຊະນະ​ດ້ຽນບຽນ​ຝູທີ່​ລື່ຊາ​ຜາກົດ​ກ່ອນ​ນີ້ 60 ປີ​ເຕັມ. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ຢືນຢັນ​ວ່າ ພັກ ​ແລະ ລັດ​ຍາມ​ໃດ​ກໍ​ຈົດ​ຈຳ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງບັນດາ​ນັກຮົບ​ເກົ່າ ​ແລະ ບັນດາ​ກຳລັງ​ໄດ້ ສ້າງ​ໃຫ້​ມີ​ໄຊຊະນະ​ດ້ຽນບຽນ​ຝູທີ່​ລື່ຊາ​ຜາກົດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຫວັງ​ວ່າ ບັນດາ​ນັກຮົບ​ເກົ່າສືບ​ຕໍ່​ສຶກສາ​ອົບຮົມ​ມູນ​ເຊື້ອ​ປະຕິວັດ​ໃຫ້​ຄົນ​ລຸ່ນໜຸ່ມ ​ແລະ ​ເຊື້ອ​ໝັ້ນ​ວ່າ ຈິດ​ໃຈ​ດ້ຽນບຽນ​ຝູ ຈະສືບ​ຕໍ່​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ່ນຄົນ​ຕ່າງໆ​ໃນ​ກິດຈະການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.

ການເຄື່ອນໄຫວສະເລີມສະຫຼອງ60ປີໄຊຊະນະດ້ຽນບຽນຝູ - ảnh 2
ຮູບພາບທີ່ນຳມາວາງສະແດງທີ່ຫໍພິພິດທະພັນ
(ພາບ: dantri.com.vn)

 ວັນທີ 6/5, ທີ່​ແຂວງ ບິງ​ເຢືອງ, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດຊາດ​ນະຄອນ ​ໂຮ່ຈີ໋ມິນ, ມະຫາວິທະຍາ​ໄລ​ ຖູ​ເຢົ່າ​ເລກ 1, ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ເຂດ​ພາກ​ໃຕ້, ຫໍພິພິດທະພັນຮ່ອງ​ຮ້ອຍສົງຄາມ​ຈັດຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ”​ໄຊຊະນະ ດ້ຽນບຽນຝູ - ບັນດາ​ບັນຫາ​ປະຫວັດສາດ”, ​ດ້ວຍການ​ເຂົ້າຮ່ວມ​ຂອງ​ນັກວິທະຍາສາດ, ນັກຄົ້ນຄວ້າ 200 ຄົນທີ່​ມາ​ຈາກ​ບັນດາ​ມະຫາວິທະຍາ​ໄລ, ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ໃນ​ທົ່ວ​ປະ​ເທດ. ກອງ​ປະຊຸມ​ສຳ​ມະ​ນາ​ຢືນຢັນ​ຂອບຂະໜາດ,​ ຄຸນຄ່າ​ດ້ານປະຫວັດສາດ​ທີ່​ຍິ່ງ​ໃຫຍ່​ຂອງ​ໄຊຊະນະ ດ້ຽນບຽນຝູ ພ້ອມ​ກັບ​ບັນດາ​ຜົນ​ທະ​ທ້ອນ, ຜົນ​ກະທົບ ​ແລະ ສື່ສຽງຮຽງ​ນາມຂອງ ດ້ຽນບຽນຝູ - ສັນຍາ ​ເຊີ​ແນວ ກ່ຽວກັບຫວຽດນາມ ທີ່​ມີ​ຕໍ່​ບັນດາ​ປະ​ເທດ​, ພາກພື້ນ, ຂະ​ບວນການ​ປົດ​ປ່ອຍ​ຊາດ.
    ​ແລະ​ກໍ່​ໃນຕອນ​ເຊົ້າ​ວັນ​ທີ 6/5, ຢູ່ ຮ່າ​ໂນ້ຍ, ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ ​ໄດ້​ໄຂ​ງານ​ວາງສະ​ແດງ “ຄວາມ​ຊົງ​ຈຳ ດ້ຽນບຽນ​ຝູ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ ​60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ ​ແລະ ຕອບ​ສະໜອງ​ວັນຫໍພິພິດທະພັນ​ສາກົນ 18/5/2014, ກໍ່​ຄື​ຮັບ​ຮູ້ ​ແລະ ​ເຊີດ​ຊູ​ບັນດາ​ການ​ປະກອບສ່ວນ​ຂອງ​ແມ່ຍິງ ຫວຽດນາມ ຫຼາຍຊັ້ນຄົນ​​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ. ທ່ານ​ນາງ ຫງວຽນ​ທິບິ​ກ​ເວີນ, ຜູ້ອຳນວຍການ​ຫໍພິພິດທະພັນ ​ແມ່ຍິງ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ພວກ​ຂ້າພະ​ເຈົ້າ ບໍ່​ສ່ອງ​ແສງ​ຮູບ​ພາບ​ຂອງ​ແມ່ຍິງ​ຜູ້​ຈັບ​ປືນ​ອອກ​ສະໜາມຮົບ, ​ແຕ່ພວກ​ຂ້າພະ​ເຈົ້າ​ໄດ້​ສ່ອງ​​ແສງ​ແມ່​ຍິ່ງ ບັນດາ​ຜູ້​ເຄື່ອນ​ໄຫວ​ຢູ່​ນອກ​ສະໜາ​ມຮົບ. ​ເຂົາ​ເຈົ້າ​ແມ່ນ​ບັນດາ​ຜູ້​ເຮັດ​ວຽກ​ງານ​ທີ່​ມິດ​ງຽບ​ມີ​ໜ້ອຍ​ຄົນຮູ້​ຈັກ​ເຖິງ ​ແລະ ຖ້າຫາກ​ພວກ​ເຮົາ​ບໍ່​ສ່ອງ​ແສງ​ບັນດາ​ບຸກຄົນ​ດັ່ງກ່າວ​ນັ້ນ, ກໍ່ຍາກ​ທີ່​ຈະມີ​ຄວາມ​ເຫັນ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ແມ່ຍິງ ຫວຽດນາມ ​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ ປະຫວັດສາດ. ດັ່ງ​ນັ້ນ, ພວກ​ເຮົາ​ສ່ອງ​ແສງ ​ແມ່ຍິງ​ຜູ້​ເຂົ້າ​ຮ່ວມ​ການ​ລຳລຽງ​ທະ​ຍາ​ຫັນ, ອາວຸດ, ຜູ້​ເບິ່ງ​ແຍງ​ດູ​ແລ​​ທະຫານ​ເສຍ​ອົງຄະ, ຖື​ກບາດ​ເຈັບ, ​ແມ່ຍິງ​ຜູ້​ເປັນ​​ນັກ​ສິລະປິນຮັບ​ໃຊ້​ດ້ານ​ສິລະ​ປະນັ້ນ​ແມ່ນ​ບັນດາ​ເລື່ອງ​ລາວ​ທີ່​ປະ​ທັບ​ໃຈ​ທີ່​ສຸດ.”

 



ຂ່າວ/ບົດ​ອື່ນ