ການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ກ່າວຄຳເຫັນນະພິທີ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນຄຳວັນທີ 21/6, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ກຳປູເຈຍ (24/6/1967 – 24/6/2012). ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ຫົວໜ້າຄະນະຊີ້ນຳການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ກຳປູເຈຍ ເນັ້ນໜັກວ່າ: ຫວຽດນາມ, ກຳປູເຈຍ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີການພົວພັນສາມັກຄີທີ່ເປັນມູນເຊື້ອອັນຍາວນານ. ຜ່ານໄລຍະ 45 ປີ, ສາຍພົວພັນອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ 2 ປະເທດ ໄດ້ຮັບການປັບປຸງ ແລະ ພັດທະນາ, ພິເສດແມ່ນໃນຂົງເຂດຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ. ທ່ານ Hul Phany, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ສະແດງວ່າ: ປະເທດກຳປູເຈຍ ຍາມໃດກໍຈົດຈຳແລະ ຮູ້ບູນຄຸນຢ່າງເລິກເຊິ່ງຕໍ່ບັນດາການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດປົດປ່ອຍປະເທດ ກຳປູເຈຍ ຫຼຸດຜົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot ເມື່ອປີ 1979, ສິ່ງດັ່ງກ່າວໄດ້ຈົດຈຳໃນປຶ້ມປະຫວັດສາດຂອງທັງ 2 ຊາດ. ທ່ານເອກອັກຄະລັດຖະທູດ Hul Phany ຫວັງວ່າ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ກຳປູເຈຍ ນັບມື້ນັບພັດທະນາ ແລະ ໝັ້ນຄົງ ເພື່ອມຸ້ງໄປເຖິງການສ້າງສຳເລັດບັນດາຈຸດໝາຍລວມໃນການເຊື່ອມໂຍງ ອາຊຽນ ປີ 2015 ຈະມາເຖິງ, ສ້າງປະຊາຄົມ ອາຊຽນ ເຂັມແຂງ, ສາມັກຄີ ແລະ ເປັນເອກະພາບກັນ.
ແລະກໍໃນຕອນຄຳ່ວັນທີ 21/6, ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ກໍຈັດຕັ້ງງານລ້ຽງສະເຫຼີມສະຫຼອງ ປີມິດຕະພາບຫວຽດນາມ - ກຳປູເຈຍ.
ເນື່ອງໃນໂອກາດນີ້, ຢູ່ແຂວງ Dak Nong, ສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ແຂວງ Mondukiri (ລາຊະອານາຈັກ ກຳປູເຈຍ) ແລະ ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ແຂວງ Dak Nong ໄດ້ຈັດຕັ້ງພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບຂໍ້ກຳນົດໃນການຮ່ວມມືກໍ່ສ້າງເສັ້ນຊາຍແດນສັນຕິພາບ - ມິດຕະພາບ.