ການເຄື່ອນໄຫວສະເຫລີມສະຫລອງ63ປີແຫ່ງວັນໄຊຊະນະດ້ຽນບຽນຝູ7/5/1954-7/5/2017

(VOVWORLD)-ຕອນຄ່ຳວັນທີ 6/5, ຢູ່ ສະຫນາມຫລວງ 7/5 ນະຄອນດ້ຽນບຽນ, ແຂວງ ດ້ຽນບຽນ ໄດ້ຈັດຕັ້ງລາຍການສະແດງສິລະປະສະເຫລີມສະຫລອງ 63 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954-7/5/2017) ດ້ວຍຫົວເລື່ອງ “ເພງມະຫາໄຊດ້ຽນບຽນກ້ອງກັນວານໄປຕະຫລອດ”.
ການເຄື່ອນໄຫວສະເຫລີມສະຫລອງ63ປີແຫ່ງວັນໄຊຊະນະດ້ຽນບຽນຝູ7/5/1954-7/5/2017 - ảnh 1ລາຍການສະແດງສິລະປະສະເຫລີມສະຫລອງ 63  ປີແຫ່ງວັນໄຊຊະນະດ້ຽນບຽນຝູ

ລາຍການສະແດງສິລະປະໄດ້ວາດພາບຈຸດເວລາອັນສະຫງ່າອົງອາດຂອງຊາດຫວຽດນາມໃນບັ້ນຮົບ ດ້ຽນບຽນຝູ. ບັນດາບົດເພງໄດ້ຍ້ອງຍໍການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຄວາມຮັກຕໍ່ບ້ານເກີດເມືອງນອນ. ນີ້ແມ່ນລາຍການເພື່ອແນໃສ່ເຊີດຊູການເສຍສະຫລະອັນໃຫຍ່ຫລວງຂອງລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍເລືອດເນື້ອເຮື່ອແຮງເພື່ອເອກະລາດ ແລະ ເສລິພາບຂອງຊາດ ພ້ອມທັງສຶກສາມູນເຊື້ອຮັກສາດ, ເຈດຈຳນົງອົງອາດກ້າຫານຂອງມູນເຊື້ອຕໍ່ສູ້ຕ້ານສັດຕູຮຸກຮານຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ