ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ຢູ່ຫຼາຍທ້ອງຖິ່ນໄດ້ດຳເນີນການເຄື່ອນໄຫວຕ່າງໆເພື່ອ ສະແດງຄວາມຮູ້ບຸນຄຸນບັນດາທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1(ສູສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1, ນະຄອນ ດ້ຽນບຽນຝູ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2021), ຢູ່ຫຼາຍທ້ອງຖິ່ນໄດ້ດຳເນີນການເຄື່ອນໄຫວຕ່າງໆເພື່ອ ສະແດງຄວາມຮູ້ບຸນຄຸນບັນດາທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ.

        ຕອນຄ່ຳວັນທີ 16 ກໍລະກົດ, ຢູ່ສູສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ຄະນະຊາວໜຸ່ມແຂວງ ດ້ຽນບຽນ ໄດ້ຈັດພິທີໃຕ້ທຽນສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາຍຫຼັງພິທີ, ຜູ້ຕາງໜ້າການນຳຜູ້ປະຈຳການສະພາປະຊາຊົນແຂວງ, ຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການ, ໝູ່ຄະນະ ແລະ ໄວໜຸ່ມແຂວງ ດ້ຽນບຽນ ໄດ້ວາງພວງມາລາ, ຖະຫວາຍທູບທຽນຢູ່ອະນຸສາວະລີ, ຂຸມຝັງສົບນັກຮົບ.

ຢູ່ແຂວງ ກວາງນາມ, ຕອນຄ່ຳວັນທີ 26 ກໍລະກົດ, ໄດ້ດຳເນີນວັນບຸນ “ນັກຮົບອາສາສະໝັກ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະ “ພິທີໄຕ້ທຽນ ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດປີ 2021”. ເນື່ອງໃນໂອກາດນີ້, ແຂວງ ກວາງນາມ ກໍ່ສະຫງວນຈຳນວນເງິນເພື່ອຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກວ່າ 100.000 ຄົນ. ອ້າຍ ຟານຕື້, ເລຂາຄະນະຊາວໜຸ່ມເມືອງ ຢຸຍຊວຽນ, ແຂວງ ກວາງນາມ, ໃຫ້ຮູ້ວ່າ:

ຄະນະຊາວໜຸ່ມເມືອງ ຢຸຍຊວຽນ ປຸກລະດົມການຜັນຂະຫຍາຍອາທິດຈຸດສຸມຕອບບຸນແທນຄຸນ. ບັນດາຮາກຖານຊາວໜຸ່ມໄດ້ຜັນຂະຫຍາຍບາງວຽກງານຄື: ເຮັດອະນາໄມຢູ່ບັນດາເຂດສຸສານ, ອານຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ. ພິເສດ, ຈັດຕັ້ງຄາບເຂົ້າແຫ່ງຄວາມເຕົ້າໂຮມຢູ່ເຮືອນ ແມ່ຫວຽດນາມ ວິລະຊົນ. ຜ່ານການເຄື່ອນໄຫວດັ່ງກ່າວຢາກສຶກສາມູນເຊື້ອ ແລະ ເສີມຂະຫຍາຍໜ້າທີ່ຄວາມຮັບຜິດຊອບຂອງໄວໜຸ່ມໃນວຽກງານຕອບບຸນແທນຄຸນໃນບໍລິເວນເມືອງ”.

 ເນື່ອງໃນໂອກາດນີ້, ແຂວງ ກວາງນາມ, ກວາງຈີ້, ກວາງນິງ, ຮ່າຢາງ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຕອນບຸນແທນຄຸນເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ