ພາບປະກອບ:internet
|
(vovworld)- ຕອນຄຳ່ວັນທີ 17/12 ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງງານລ້ຽງຢ່າງສົມກຽດເພື່ອສະເຫລີມສະຫລອງ 69 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 24 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ. ເຂົ້າຮ່ວມງານລ້ຽງ, ມີບັນດາການນຳກະຊວງປ້ອງກັນປະເທດ, ການນຳບັນດາເຫລ່ົາທັບ, ກົມໃຫຍ່, ອົງການຈັດຕັ້ງທີ່ຂຶ້ນກັບກະຊວງປ້ອງກັນປະເທດພ້ອມດ້ວຍທູດທະຫານຕ່າງປະເທດປະຈຳຫວຽດນາມ. ກ່າວຄຳເຫັນນະພິທີ, ທ່ານພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈບັນດາປະເທດເພື່ອນມີດໃນໂລກທີ່ໄດ້ສະຫນັບສະຫນູນ, ຊ່ວຍເຫລືອກອງທັບປະຊາຊົນຫວຽດນາມໃນໄລຍະຜ່ານມາ. ທ່ານພົນໂທ ຫງວຽນຈີວີ້ງເຊື່ອໝັ້ນວ່າ: ສາຍພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ບັນດາປະເທດ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.