ການເຄື່ອນໄຫວໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໄດ້ຈັດຂຶ້ນຢ່າງສົມກຽດ

(VOVWORLD) -ຕອນເຊົ້າວັນທີ 10 ເມສາ, ພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຈອມພູ ເຫງ໋ຍຫລີງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ວິຫານຮຸ່ງ (ແຂວງ ຟູທໍ້). 
ການເຄື່ອນໄຫວໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໄດ້ຈັດຂຶ້ນຢ່າງສົມກຽດ - ảnh 1ພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ. ພາບ: phutho.gov.vn

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍການນຳພັກ, ລັດ, ກະຊວງ, ຄະນະຜູ້ແທນມາຈາກຫລາຍຂະແຫນງການແລະ ປະຊາຊົນເປັນຈຳນວນຫລວງຫລາຍໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນ ອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ, ພາວະນາຂໍໃຫ້ປະເທດຊາດມີສະຖຽນລະພາບ, ພັດທະນານັບມື້ນັບເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມສະຫງົບສຸກ.

ທ່ານ ບູ່ຍວັນກວາງ, ປະທານຄະນະກຳມະການປະຊາຊົນ ແຂວງ ຟູທໍ້ ໄດ້ໃຫ້ກຽດກ່າວບົດ ຢັ້ງຢືນຄວາມໝາຍອັນໃຫຍ່ຫລວງຂອງວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ, ຍ້ອງຍໍສັນລະເສີນ, ຈົດຈ່ຳຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ, ຈິດໃຈອົງອາດກ້າຫານຂອງບັນພະບຸລຸດຜູ້ທີ່ມີຄຸນງາມຄວາມດີໃນການປົກປັກຮັກສາປະເທດຊາດ.

ໃນຂອບເຂດການເຄື່ອນໄຫວໄຫວ້ບູຊາເຈົ້າຊີວິດຮຸ່ງ, ຕອນຄ່ຳວັນທີ 9 ເມສາ, ຢູ່ ນະຄອນ ຫວຽດຈີ່ ແຂວງ ຟູທໍ້ ໄດ້ດຳເນີນລາຍການສະແດງສິລະປະ. ຫລັງຈາກນັ້ນ ແມ່ນລາຍການຍິງບັ້ງໄຟດອກ ຂ່ຳນັບຮັບຕ້ອນເຫດການສຳຄັນນີ້.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງໂຄງການ ຫໍວັດທະນະທຳສິລະປະ ແຂວງ ຟູທໍ້ ຢູ່ ເຂດສະຫນາມຫລວງ ຮຸ່ງເວືອງ ນະຄອນ ຫວຽດຈີ່. ນີ້ແມ່ນບ່ອນເກັບຮັກສາ ມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງຫນ້າໃຫ້ມວນມະນຸດ ນັ້ນແມ່ນການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແລະ ຂັບຊວານ ຟູທໍ້.

ແລະກໍ່ໃນວັນທີ 10 ມີນາ ນີ້, ຫລາຍໆທ້ອງຖິ່ນໃນທົ່ວປະເທດຫວຽດນາມ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວໄຫວ້ບູຊາ ເຈົ້າຊີວິດ ຮຸ່ງ ເຊັ່ນດຽວກັນ. ໃນຂະນະນັ້ນ ຊາວຫວຽດນາມ ອາໄສ ຢູ່ ຫລາຍປະເທດໃນໂລກ ກໍ່ໄດ້ຈັດຕັ້ງພິທີໄຫວ້ບູຊາ ອາໄລຫາ ບັນດາເຈົ້າຊີວິດ ຮຸ່ງ ທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ