ການເຈລະຈາ4ຝ່າຍກ່ຽວກັບສະພາບການຢູແກຼນບັນລຸໄດ້ໝາກຜົນພໍສົມຄວນ
ລັດຖະມົນຕີການວ່າການກະຊວງການຕ່າງປະເທດ ອາເມລິກາ ແລະ ລັດເຊຍ
(ພາບ: AFP-TTXVN)
|
(vovworld) - ພາຍຫຼັງດຳເນີນການເຈລະຈາທີ່ເຄັ່ງຕຶງເປັນເວລາ 3 ຊົ່ວໂມງຢູ່ “ຄ້າຍ Borsig” ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ ໃນຄ່ຳຄືນວັນທີ 21/1, ການພົບປະບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດກຸ່ມ Normandie (ລວມມີ ຢູແກຼນ, ລັດເຊຍ, ເຢຍລະມັນ ແລະ ຝຣັ່ງ) ໄດ້ເຫັນດີເປັນເອກະສັນວ່າບັນດາຝ່າຍປະທະກັນຢູ່ພາກຕາເວັນອອກ ຢູແກຼນ ຕ້ອງຖອນອາວຸດໜັກອອກຈາກເຂດປອດການທະຫານຕາມຂໍ້ຕົກລົງ Minsk ທີ່ໄດ້ຮັບການເຊັນກັນເມື່ອເດືອນ 9/2014 ຜ່ານມາ, ກໍ່ຄືຂີດເຂດຊາຍແດນລະຫວ່າງ ອຳນາດການປົກຄອງ ກີແອບ ແລະ ກຳລັງທວງເອົາເອກະລາດຢູ່ ຢູແກຼນ ຕາເວັນອອກ.
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ Frank Walter Steinmeier ໃຫ້ຮູ້ວ່າ: ບັນດາຝ່າຍບັນລຸໄດ້ຄວາມເຂົ້າອົກເຂົ້າໃຈກ່ຽວກັບເສັ້ນຊາຍແດນ ແລະ ຈາກນັ້ນຈະດຳເນີນການຖອນອາວຸດໜັກຖືກຕາມຂໍ້ຕົກລົງ Minsk. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ ກໍ່ໃຫ້ຮູ້ວ່າ: ການເຈລະຈາບັນລຸໄດ້ບັນດາ “ຄວາມກ້າວໜ້າພໍສົມຄວນ”, ແຕ່ສິ່ງດັ່ງກ່າວບໍ່ໝາຍຄວາມວ່າຈະນຳມາເຊິ່ງ “ບາດກ້າວກະໂດດຂັ້ນ” ໃຫ້ແກ່ບັນຫາ ຢູແກຼນ ຕາເວັນອອກ.