ການເຈ​ລະ​ຈາຍຸດ​ທະ​ສາດ​ຂັ້ນ​ສູງ​ລະ​ຫວ່າງ EU - ຈີນ ຄັ້ງ​ທີ 10

(VOVWORLD) -ການເຈລະຈາຍຸດທະສາດຂັ້ນສູງລະຫວ່າງ EU - ຈີນ ຄັ້ງທີ 10ໄດ້ດຳເນີນຜ່ານທາງອອນລາຍໃນວັນທີ 09 ມິຖຸນາ,ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫວາງອີ ກຳມະການລັດຖະບານທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈີນ ແລະ ທ່ານ Borrell Fontelles, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍເຈລະຈາ ແລະ ຄວາມໝັ້ນຄົງ ຂອງ EU.

ການເຈ​ລະ​ຈາຍຸດ​ທະ​ສາດ​ຂັ້ນ​ສູງ​ລະ​ຫວ່າງ EU - ຈີນ ຄັ້ງ​ທີ 10 - ảnh 1 ທ່ານ ຫວາງອີ ກຳມະການລັດຖະບານທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈີນ

(ພາບ: THX/TTXVN)

ທີ່ການເຈລະຈາ, ທ່ານ ຫວາງອີ ເນັ້ນໜັກວ່າ ສອງຝ່າຍຕອ້ງກະກຽມໃຫ້ແກ່ກອງປະຊຸມສຸດຍອດລະຫວ່າງ ຈີນ - EU ແລະ ກອງປະຊຸມບັນດາການນຳ ຈີນ - EUໃຫ້ເປັນຢ່າງດີ; ພ້ອມທັງຊຸກຍູ້ການເຊື່ອມຕໍ່ການຜະລິດຄືນໃໝ່, ຮັກສາລະບົບການສະໜອງ ແລະ ລະບົບອຸດສາຫະກຳ ຈີນ - EU ເປັນປົກກະຕິ; ໃຫ້ປະຕິບັດການຮ່ວມມືຄົ້ນຄ້ວາ ແລະ ພັດທະນາ ວັກຊິນ ປ້ອງກັນການຕິດເຊື້ອພະຍາດ…ນອກຈາກນັ້ນ, ສອງຝ່າຍກໍ່ຕ້ອງເພີ່ມທະວີປະສານງານກ່ຽວກັບນະໂຍບາຍດ້ານເສດຖະກິດມະຫາພາກ, ປະຕິບັດການເຈລະຈາກ່ຽວກັບຂໍ້ຕົກລົງວ່າດ້ວຍການລົງທຶນລະຫວ່າງ ຈີນ - EU ໃຫ້ສຳເລັດຄືດັ່ງການຄາດຄະເນ.

ສ່ວນທ່ານ Fontelles ຢັ້ງຢືນວ່າ EU ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍຂົງເຂດຢ່າງແທດຈິງ. EU ຊົມເຊີຍການຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນຂອງຈີນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ, ຊຸກຍູ້ສັນຕິພາບ,  ວັດທະນາຖາວອນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ