ການເຈລະຈາດ້ານການຄ້າຂັ້ນສູງລະຫວ່າງ ອາເມລິກາ - ຈີນ ຈະໄດ້ເຊື່ອມຕໍ່ຄືນໃໝ່ໃນອາທິດຈະມາເຖິງ
(VOVWORLD) - ວັນທີ 23 ກັນຍາ, ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ການເຈລະຈາດ້ານການຄ້າຂັ້ນສູງລະຫວ່າງ ອາເມລິກາ ແລະ ຈີນຈະໄດ້ເຊື່ອມຕໍ່ຄືນໃໝ່ໃນອາທິດຈະມາເຖິງຢູ່ ວໍຊິງຕັນ, ອາເມລິກາ.
ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ (ພາບ: NBC) |
ທ່ານ Mnuchin ພ້ອມກັບ ທ່ານ Robert Lighthizer ຜູ້ຕາງໜ້າການຄ້າຂອງ ອາເມລິກາ ຈະມີການໂອ້ລົມສົນທະນາກັບທ່ານ ລຽວເຄືອ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະເຈລະຈາຂອງ ຈີນ. ໃນເຫດການທີ່ກ່ຽວຂ້ອງ, ວັນທີ 23 ກັນຍາ, ຈີນໄດ້ຊຶ້ື ໝາກຖົ່ວເຫຼືອງ 600 ພັນ ໂຕນ ຂອງ ອາເມລິກາ. ນີ້ໄດ້ຮັບຖືວ່າ ແມ່ນສັນຍານທີ່ຕັ້ງໜ້າຕໍ່ບັນດາການເຈລະຈາຂັ້ນສູງເພື່ອແນໃສ່ຊອກຫາຂໍ້ຕົກລົງຢຸດຕິສົງຄາມການຄ້າທີ່ໄດ້ແກ່ຍາວມາເປັນເວລາ 1 ປີກວ່າລະຫວ່າງ ສອງ ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.