ການ​ເຈ​ລະ​ຈານະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວ​ຽດ​ນາມ - ອົ​ດ​ສ​ະ​ຕາ​ລີ ຄັ້ງ​ທີ 5 ປີ 2021

(VOVWORLD) -ຕອນເຊົ້າວັນທີ 1 ພະຈິກ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Peter Tesch, ຮອງເລຂາທິການໃຫຍ່ປ້ອງກັນປະເທດຮັບຜິດຊອບຍຸດທະສາດ, ນະໂຍບາຍ ແລະ ອຸດສາຫະກຳປ້ອງກັນຊາດ ອົດສະຕາລີ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ປີ 2021 ແບບທາງໄກ.
ການ​ເຈ​ລະ​ຈານະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວ​ຽດ​ນາມ - ອົ​ດ​ສ​ະ​ຕາ​ລີ ຄັ້ງ​ທີ 5 ປີ 2021 - ảnh 1ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ປີ 2021 ແບບທາງໄກ
(ພາບ: qdnd.vn)

ໃນການເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໃນໂລກ, ພາກພື້ນ ແລະ ບັນດາບັນຫາທີ່ 2 ຝ່າຍມີຄວາມສົນໃຈ, ແບ່ງປັນຫຼັກໝັ້ນລວມກ່ຽວກັບບັນຫາທະເລຕາເວັນອອກ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂຂໍ້ຂັດແຍ້ງຢູ່ທະເລໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຊຸກຍູ້ການເຈລະຈາເພື່ອບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ.

ໃນໄລຍະທີ່ຈະມາເຖິງ, 2 ຝ່າຍໄດ້ເຫັນດີສືບຕໍ່ຮັກສາ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ; ເຫັນດີຮັບຮອງເອົາແຜນການຮ່ວມມືດ້ານປ້ອງກັນຊາດໄລຍະ 3 ປີ (2022 – 2024) ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, 2 ຝ່າຍໄດ້ຢັ້ງຢືນວ່າໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ADMM+ ແລະ ໄດ້ມີການ  ປຶກສາຫາລື, ການທາບທາມຄຳເຫັນ, ໜູນຊ່ວຍເຊິ່ງກັນ ແລະ ກັນເປັນປະຈຳໃນບັນດາເວທີປາໄສພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ