ຜູ້ຊ່ຽວຊານນິວເຄຼຍ ກັບປະທານາທິບໍດີ ອີຣານ
ພາບປະກອບ: internet
|
(vovworld) - ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງ ອີຣານ ຮອບທີ 6 ລະຫວ່າງອົງການພະລັງງານປະລະມານູສາກົນ (IAEA) ແລະ ອີຣານ ໄດ້ອັດລົງໃນວັນທີ 24/8 ຢູ່ ນະຄອນ ວຽນ ປະເທດອົດຕະລິດ ບໍ່ບັນລຸໝາກຜົນໃດ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫລັງເຈລະຈາມາເປັນເວລາ 7 ຊົ່ວໂມງ, ທ່ານ Herman Nackaerts ຮອງຜູ້ອຳນວຍການໃຫຍ່ IAEA ຢືນຢັນວ່າ: ສອງຝ່າຍບໍ່ທັນຮັດແຄບຄວາມບໍ່ລົງລອຍກັນໃນບັນຫາຕົ້ນຕໍ ນັ້ນແມ່ນການອະນຸຍາດໃຫ້ບັນດານັກສັງເກດການຂອງ IAEA ສຳພັດກັບຖານທີ່ໝັ້ນການທະຫານ Parchin ຂອງອີຣານ. ຊ້ຳບໍ່ໜຳ ສອງຝ່າຍຍັງບໍ່ທັນເປັນເອກະພາບ ຊ່ວງເວລາໃດຈະດຳເນີນການໂອ້ລົມສົນທະນາຮອບໃຫມ່. ສ່ວນທ່ານ Asghar Soltanieh ເອກອັກຄະລັດຖະທູດ ອີຣານປະຈຳ IAEA ກໍຍອມຮັບວ່າ ຄວາມບໍ່ລົງລອຍກັນລະຫວ່າງສອງຝ່າຍຍັງເກີດຂຶ້ນ ຍ້ອນກ່ຽວຂ້ອງເຖິງບັນຫາຄວາມສະຫງົບປອດໄພແຫ່ງຊາດອີຣານ.