ການ​​ເຈ​ລະ​ຈາລະ​ຫວ່າງ ອາ​ຊຽນ - ນິວ​ຊີ​ແລນ ​ຄັ້ງ​ທີ 27

(VOVWORLD) - ການເຈລະຈາ ອາຊຽນ - ນິວຊີແລນ ປະຈຳປີຄັ້ງທີ 27 ໄດ້ດຳເນີນໃນລະຫວ່າງວັນທີ 20 – 21 ກຸມພາ 2020 ຢູ່ ກຳປູເຈຍ ໂດຍມີການເຂົ້າຮ່ວມຂອງບັນດາປະເທດ ສະມາຊິກ ອາຊຽນ ແລະ ນິວຊີແລນ.
ການ​​ເຈ​ລະ​ຈາລະ​ຫວ່າງ ອາ​ຊຽນ - ນິວ​ຊີ​ແລນ ​ຄັ້ງ​ທີ 27 - ảnh 1ບັນດາຫົວໜ້າຄະນະຖ່າຍຮູບລວມ (ພາບ: TTXVN) 

ນິວຊີແລນ ໄດ້ຢັ້ງຢືນເຖິງການສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນພາກພື້ນ, ຕີລາຄາສູງເອກະສານ ທັດສະນະຂອງ ອາຊຽນ ກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ, ສະເໜີໃຫ້ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື ຄວາມໝັ້ນຄົງ, ເສດຖະກິດ, ປະຊາຊົນ ແລະ ສິ່ງແວດລ້ອມ. ໃນນັ້ນ, ສຸມໃສ່ຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສ້າງສັນຍາການບໍລິການທາງການບິນລະຫວ່າງ ອາຊຽນ - ນິວຊີແລນໃຫ້ສົມບູນແບບ, ຮ່ວມມືສ້າງສະພາບແວດລ້ອມ ແລະ ກະສິກຳແບບຍືນຍົງ, ຄຸ້ມຄອງແຫຼ່ງແມ່ນ້ຳຂອງ, ໜູ່ນຊ່ວຍການສ້າງກຳລັງຄວາມສາມາດຜ່ານບັນດາໂຄງການບຳລຸງສ້າງ ແລະ ສະໜອງທຶນການສຶກສາໃຫ້ແກ່ບັນດາປະເທດ ອາຊຽນ.

ເມື່ອແລກປ່ຽນ ກ່ຽວກັບສະພາບການຢູ່ ສາກົນ ແລະ ພາກພື້ນ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງ ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການ ເດີນເຮືອ ແລະ ການບິນ ຢູ່ ທະເລຕາເວັນອອກ, ການປະຕິບັດ DOCຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຕັ້ງໜ້າເຈລະຈາສ້າງ COC ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ