ການເຈລະຈາອາເມລິກາ,ລັດເຊຍບໍ່ບັນລຸໄດ້ຂໍ້ຕົກລົງແກ້ໄຂຄວາມເຄັ່ງຕຶງທາງການທູດ

(VOVWORLD) -ວັນທີ 18 ກໍລະກົດ, ລັດເຊຍ ຖະແຫຼງວ່າໄດ້ຮັກສາສິດປະຕິບັດບັນດາມາດຕະການໂຕ້ຕ້ອບອາເມລິກາ ພາຍຫຼັງການພົບປະຢູ່ ວໍຊິງຕັນ ລະຫວ່າງບັນດາເຈົ້າໜ້າທີ່ການທູດຂອງ 2 ປະເທດສິ້ນສຸດລົງ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງມອບຄືນບັນດາຮາກຖານທາງການທູດຂອງລັດເຊຍ ຢູ່ອາເມລິກາ.

ການເຈລະຈາອາເມລິກາ,ລັດເຊຍບໍ່ບັນລຸໄດ້ຂໍ້ຕົກລົງແກ້ໄຂຄວາມເຄັ່ງຕຶງທາງການທູດ - ảnh 1 ການເຈລະຈາອາເມລິກາ,ລັດເຊຍບໍ່ບັນລຸໄດ້ຂໍ້ຕົກລົງແກ້ໄຂຄວາມເຄັ່ງຕຶງທາງການທູດ

(ພາບ: AP)

ໃນແຈ້ງການສະບັບໜຶ່ງ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ທີ່ການພົບປະໃນວັນທີ 17 ກໍລະກົດ, ລະຫວ່າງທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov ແລະ ຄູ່ຕຳແໜ່ງຝ່າຍອາເມລິກາ Thomas Shannon, ຝ່າຍລັດເຊຍ ເນັ້ນໜັກວ່າ, ຖ້າຫາກວໍຊິງຕັນ ບໍ່ມີການກະທຳແກ້ໄຂບັນຫານັ້ນ, ມົດສະກູ ຈະຮັກສາສິດປະຕິບັດບັນດາມາດຕະການໂຕ້ຕ້ອບ ໂດຍອີ່ງໃສ່ຫຼັກການແບບມີເຫດມີຜົນ. ທ່ານຮອງລັດຖະມົນຕີການຕ່າງປະເທດ Sergei Ryabkov ໄດ້ຍົກອອກບັນດາເງື່ອນໄຂເພື່ອປັບປຸງການພົວພັນລະຫວ່າງລັດເຊຍ ແລະ ອາເມລິກາ ທີ່ການພົບປະຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ