ການເຈລະຈາຮອບໃໝ່ຂອງຄະນະກໍາມະການລັດຖະທໍາມະນູນ ຊີຣີີ ບໍ່ມີຄວາມຄືບໜ້າ

(VOVWORLD) - ບັນດາສະມາຊິກຂອງອົງການຮຽບຮຽງລັດຖະທໍາມະນູນສັງກັດຄະນະກໍາມະການລັດຖະທໍາມະນູນ ຊີຣີ ກໍບໍ່ດໍາເນີນກອງປະຊຸມ ຄືດັ່ງແຜນການທີ່ໄດ້ວາງອອກໃນເບື້ອງຕົ້ນ.
ການເຈລະຈາຮອບໃໝ່ຂອງຄະນະກໍາມະການລັດຖະທໍາມະນູນ ຊີຣີີ ບໍ່ມີຄວາມຄືບໜ້າ - ảnh 1 ການເຈລະຈາຮອບທີ 2 ຂອງຄະນະກໍາມະການລັດຖະທໍາມະນູນ ຊີຣີີ (ພາບ: TTXVN)

 ການເຈລະຈາຮອບທີສອງ ໂດຍ ສປຊ ອຸປະຖໍາ ກ່ຽວກັບບັນຫາ ຊີຣີ ທີ່ແກ່ຍາວເປັນເວລາ 1 ອາທິດຜ່ານມາຢູ່ ເຊີແນວ ປະເທດ ສະວິດ ໄດ້ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃດໆ ກ່ຽວກັບໂຄງການດໍາເນີນງານ. ບັນດາສະມາຊິກຂອງອົງການຮຽບຮຽງລັດຖະທໍາມະນູນສັງກັດຄະນະກໍາມະການລັດຖະທໍາມະນູນ ຊີຣີ ກໍບໍ່ດໍາເນີນກອງປະຊຸມ ຄືດັ່ງແຜນການທີ່ໄດ້ວາງອອກໃນເບື້ອງຕົ້ນ.

ຕອບສໍາພາດຕໍ່ວົງການສື່ມວນຊົນ ໃນວັນທີ 29 ພະຈິກ, ທ່ານ Geir Pedersen ທູດພິເສດຂອງ ສປຊ ຜູ້ທີ່ຮັບຜິດຊອບກ່ຽວກັບບັນຫາຊີຣີ ໃຫ້ຮູ້ວ່າ ຜູ້ຕາງໜ້າລັດຖະບານ ຊີຣີ ແລະ ຝ່າຍຄ້ານ ໄດ້ເປັນປະທານຮ່ວມການເຈລະຈາຄັ້ງນີ້ ແມ່ນບໍ່ບັນລຸໄດ້ຄວາມເຫັນດີເປັນເອກະສັນກ່ຽວກັບແຜນການຂອງບັນດາການເຈລະຈາຮຽບຮຽງລັດຖະທໍາມະນູນ. ດັ່ງນັ້ນ, 45 ສະມາຊິກຂອງອົງການຮຽບຮຽງລັດຖະທໍາມະນູນ ເຊິ່ງແມ່ນບັນດາຜູ້ຕາງໜ້າຂອງລັດຖະບານ, ຝ່າຍຄ້ານ ແລະ ອົງການຈັດຕັ້ງສັງຄົມ ຢູ່ ຊີຣີ ບໍ່ໄດ້ດໍາເນີນການໂຮມປະຊຸມ.


ຕອບກັບ

ຂ່າວ/ບົດ​ອື່ນ