ການ​ເລືອກ​ຕັ້ງ ຢູ່ ສິງກະ​ໂປ: ພັກ​ກໍາ​ອໍານາດ​ຍາດ​ໄດ້​​ໄຊ​ຊະນະ​ຢ່າງ​ຂາດ​ຂັ້ນ

(VOVWORLD) - ພັກກະທໍາເພື່ອປະຊາຊົນ (PAP) ກໍາອໍານາດ ໂດຍຍາດໄດ້ 83/93 ທີ່ນັ່ງສະມາຊິກສະພາແຫ່ງຊາດ ໃນສະພາແຫ່ງຊາດຊຸດໃໝ່.
ການ​ເລືອກ​ຕັ້ງ ຢູ່ ສິງກະ​ໂປ: ພັກ​ກໍາ​ອໍານາດ​ຍາດ​ໄດ້​​ໄຊ​ຊະນະ​ຢ່າງ​ຂາດ​ຂັ້ນ - ảnh 1ການເດີນຂະບວນສວນສະໜາມຂອງບຸກຄົນທີ່ສະໜັບສະໜູນ ພັກກໍາມະກອນ ພາຍຫຼັງປະກາດໝາກຜົນການເລືອກຕັ້ງ (ພາບ: THX/TTXVN)

        ໃນການເລືອກຕັ້ງທົ່ວປະເທດ ຢູ່ ສິງກະໂປ ທີ່ໄດ້ດໍາເນີນໃນວັນທີ 10 ກໍລະກົດ ໄດ້ເຫັນປະຈັກຕາ ໄຊຊະນະຢ່າງຂາດຂັ້ນຂອງ ພັກກະທໍາເພື່ອປະຊາຊົນ (PAP) ກໍາອໍານາດ ໂດຍຍາດໄດ້ 83/93 ທີ່ນັ່ງສະມາຊິກສະພາແຫ່ງຊາດ ໃນສະພາແຫ່ງຊາດຊຸດໃໝ່. ພັກກໍາມະກອນ (WP) ຍາດໄດ້ພຽງແຕ່ 10 ທີ່ນັ່ງເທົ່ານັ້ນ ແລະ ສືບຕໍ່ແມ່ນພັກຝ່າຍຄ້ານໜຶ່ງດຽວທີ່ມີທີ່ນັ່ງໃນສະພາແຫ່ງຊາດ.

        ເຖິງວ່າຍາດໄດ້ຈໍານວນທີ່ນັ່ງຫຼາຍກໍຕາມ ແຕ່ອັດຕາບັດເລືອກຕັ້ງຂອງ ພັກ PAP ໃນປີນີ້ ບັນລຸໄດ້ແຕ່ 61,24%, ເຊິ່ງຫຼຸດລົງຫຼາຍພໍສົມຄວນເມື່ອທຽບໃສ່ອັດຕາ 69,9% ຂອງປີ 2015.

        ຕາມແຈ້ງການຂອງອົງການເລືອກຕັ້ງ ສິງກະໂປແລ້ວ, ການເລືອກຕັ້ງທົ່ວປະເທດປີນີ້ ໄດ້ດຶງດູດຜູ້ມີສິດເລືອກຕັ້ງໄປປ່ອນບັດຫຼາຍກວ່າ 2,5 ລ້ານຄົນ, ກວມເອົາເຖິງ 95,63% ຈໍານວນຜູ້ຈົດທະບຽນ.


ຕອບກັບ

ຂ່າວ/ບົດ​ອື່ນ