ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ: ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກຽມ​​ຮອງ​ຮັບ​ການ​ສະ​ເໜີ​ຂອງ ພັກ​ສາ​ທາ​ລະ​ນະ

(VOVWORLD) -ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຈະມີບົດກ່າວປາໄສຮັບການສະເໜີຂອງພັກສາທາລະນະ ໃນຕອນຄ່ຳວັນທີ 27 ສິງຫາ (ຕາມເວລາ ອາເມລິກາ) ເຊິ່ງແມ່ນຄ່ຳຄືນສຸດທ້າຍຂອງ ກອງປະຊຸມໃຫຍ່ ພັກສາທາລະນະ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ: ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກຽມ​​ຮອງ​ຮັບ​ການ​ສະ​ເໜີ​ຂອງ ພັກ​ສາ​ທາ​ລະ​ນະ - ảnh 1ທ່ານDonald Trump ປະທານາທິບໍດີ ອາເມລິກາ (ພາບ: REUTERS)

ນີ້ແມ່ນຄັ້ງທີ 2 ທີ່ທ່ານໄດ້ອອກສະໝັກເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ. ໃນບົດກ່າວປາໄສຂອງຕົນ, ທ່ານ Donald Trump ຄາດວ່າ ຈະ ໂຈມຕີຄູ່ແຂ່ງຂອງ ຕົນ, ນັ້ນແມ່ນທ່ານ Joe Biden ເຊິ່ງເປັນຜູ້ທີ່ພວມມີທ່າໄດ້ປຽບໃນບັນດາບັ້ນສຳຫຼວດກ່ອນການເລືອກຕັ້ງ.

ກອງປະຊຸມໃຫຍ່ຂອງພັກສາທາລະນະໄດ້ດຳເນີນໃນລະຫວ່າງວັນທີ 24 – 27 ສິງຫາ ດ້ວຍຫົວຂໍ້ແມ່ນ ເຊີດຊູປະເທດອາເມລິກາ ພ້ອມກັບເລື່ອງລາວຂອງ ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກບັນດານະໂຍບາຍຂອງທ່ານ ປະທານາທິບໍດີ Donald Trump.

        ຟ້າມຮັວນນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ