ການ​ເລື​ອ​ກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປີ 2020: ຜູ​້​ສະ​ໝັກ​ເລືອກ​ຕັ້ງ Joe Biden ມີ​ຄວາມ​ປະ​ເອີບ​ໃຈ ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ

(VOVWORLD) -ໃນຈຸດເວລາດຽວກັນ, ຂ່າວໄດ້ຮັບໄຊຊະນະຢູ່ບັນດາລັດສຳຄັນຄື Wicoshin ຫຼື Michigan ລ້ວນແຕ່ໄດ້ປະກາດ, ຕອນຄ່ຳວັນທີ 4 ພະຈິກ (ຕາມເວລາ ອາເມລິກາ), ຜູ້ສະໝັກເລືອກຕັ້ງ Joe Biden ຂອງພັກປະຊາທິປະໄຕ ໄດ້ຈັດການຖະແຫຼງຂ່າວວິເຄາະກ່ຽວກັບການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ກໍຄືຂັ້ນຕອນການນັບບັດ.
ການ​ເລື​ອ​ກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປີ 2020: ຜູ​້​ສະ​ໝັກ​ເລືອກ​ຕັ້ງ Joe Biden ມີ​ຄວາມ​ປະ​ເອີບ​ໃຈ ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ      - ảnh 1

ຜູ້ສະໝັກເລືອກຕັ້ງ Joe Biden ກ່າວຄຳເຫັນ ພາຍຫຼັງສິ້ນສຸດການເລືອກຕັ້ງ ຢູ່ນະຄອນ Wilmington, ທ່ານ Joe Biden ຢັ້ງຢືນວ່າ: ເປັນທີ່ຈະແຈ້ງແລ້ວວ່າ ພວກຂ້າພະເຈົ້າຈະຍາດໄດ້ຄົບຕາມຈຳນວນ (ພາບ:AFP/TTXVN)

 ກ່າວຄຳເຫັນຢູ່ນະຄອນ Wilmington, ທ່ານ Joe Biden ຢັ້ງຢືນວ່າ: ເປັນທີ່ຈະແຈ້ງແລ້ວວ່າ ພວກຂ້າພະເຈົ້າຈະຍາດໄດ້ຄົບຕາມຈຳນວນບັດສະໜັບສະໜູນທີ່ຕ້ອງມີ ແມ່ນ 270 ບັດຈາກຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພວກຂ້າພະເຈົ້າຈະແມ່ນບຸກຄົນທີ່ຍາດໄດ້ໄຊຊະນະ.

        ໄປຄຽງຄູ່ກັນນັ້ນ, ທ່ານ Joe Biden ກໍເນັ້ນໜັກເຖິງເລື່ອງ “ຕ້ອງນັບໝົດທຸກບັດ”. ນີ້ໄດ້ຮັບຖືວ່າ ແມ່ນຄຳຖະແຫຼງທີ່ກົງກັນຂ້າມກັບທັດສະນະຂອງທ່ານປະທານາທິບໍດີ Donald Trump. ປັດຈຸບັນ, ຄະນະຈັດບັ້ນຫາສຽງເລືອກຕັ້ງຂອງທ່ານ Donald Trump ໄດ້ຮຽກຮ້ອງໃຫ້ສານຢຸດຕິການນັບບັດຊົ່ວຄາວຢູ່ Michigan ແລະ Pennsylvania.

        ດ້ວຍບັນດາຕົວເລກຫຼ້າສຸດ, ທ່ານ Joe Biden ພວມມີທ່າໄດ້ປຽບຫຼາຍກວ່າ ໃນການຊ່ວງເສັງຄັ້ງນີ້ ເມື່ອທຽບໃສ່ທ່ານປະທານາທິບໍດີ Donald Trump. ປັດຈຸບັນ, ຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ ໄດ້ຮັບບັດສະໜັບສະໜູນ 264 ບັດ, ເຊິ່ງໃກ້ຈະຄົບ 270 ບັດຈາກຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ