ການເລືອກຕັ້ງຢູ່ ເຢຍລະມັນ: ທັງ SPD ແລະ CDU ລ້ວນແຕ່ຖະແຫລງຈະສ້າງຕັ້ງລັດຖະບານ

(VOVWORLD) -ບັນດາໝາກຜົນການປ່ອນບັດເລືອກຕັ້ງແມ່ນອັບເດດຮອດກາງຄືນວັນທີ 26 ກັນຍາ ໄດ້ສະແດງໃຫ້ເຫັນວ່າ : ບັດສະຫນັບສະຫນູນພັກປະຊາທິປະໄຕສັງຄົມ (SPD) ລື່ນກາຍ ສຳພັນທະມິດພັກປະຊາທິປະໄຕ/ສັງຄົມຄະຣິດສະຕຽນ (CDU/CSU)
ການເລືອກຕັ້ງຢູ່ ເຢຍລະມັນ: ທັງ SPD ແລະ CDU ລ້ວນແຕ່ຖະແຫລງຈະສ້າງຕັ້ງລັດຖະບານ - ảnh 1ຜູ້ມີສິດເລືອກຕັ້ງ ເຢຍລະມັນ ລໍຖ້າການປະກາດໝາກຜົນນັບບັດ. (ພາບ:Reuters)

ບັນດາໝາກຜົນການປ່ອນບັດເລືອກຕັ້ງແມ່ນອັບເດດຮອດກາງຄືນວັນທີ 26 ກັນຍາ ໄດ້ສະແດງໃຫ້ເຫັນວ່າ : ບັດສະຫນັບສະຫນູນພັກປະຊາທິປະໄຕສັງຄົມ (SPD) ລື່ນກາຍ ສຳພັນທະມິດພັກປະຊາທິປະໄຕ/ສັງຄົມຄະຣິດສະຕຽນ (CDU/CSU) ດ້ວຍຈຳນວນບັດແມ່ນ 25,8% ແລະ 24,5% ຂອງພັກ CDU/CSU ຕາມລຳດັບ. ທັງສອງພັກນີ້ ລ້ວນແຕ່ຖະແຫລງຈະສ້າງຕັ້ງລັດຖະບານໃຫມ່ຢູ່ ເຢຍລະມັນ.

ຖ້າຫາກໝາກຜົນນີ້ໄດ້ຮັບການຮັກສາຈົນເຖິງເວລາສິ້ນສຸດການນັບບັດ, ພັກ SPD ຈະຍາດໄດ້ໄຊຊະນະ, ດ້ວຍບັດສະຫນັບສະຫນູນຫລາຍກວ່າເກືອບ 6% ຄະແນນ ເມື່ອທຽບໃສ່ຜົນງານຂອງພັກນີ້ເມື່ອປີ 2017 (ກວ່າ 20%). ເຖິງຢ່າງໃດກໍຕາມ ການລື່ນກາຍບັດສະຫນັບສະຫນູນລະຫວ່າງ ພັກ SPD ແລະ ພັກ CDU/CSU ແມ່ນຫນ້ອຍ ສະນັ້ນ ບັນດາຜູ້ມີສິດເລືອກຕັ້ງຢູ່ ເຢຍລະມັນ ຕ້ອງລໍຖ້າຮອດວັນທີ 27 ກັນຍາ ຈຶ່ງມີບັນດາໝາກຜົນສຸດທ້າຍຂອງການເລືອກຕັ້ງໃນທົ່ວສະຫະພັນ ເພື່ອຮູ້ວ່າ ພັກໃດຈະຍາດໄດ້ໄຊຊະນະ ແລະ ຜູ້ອອກສະຫມັກເລືອກຕັ້ງທ່ານໃດຈະກາຍເປັນນາຍົກລັດຖະມົນຕີເຢຍລະມັນ ແທນໃຫ້ທ່ານນາງ Angela Merkel.

(ກວາງຢູ໋ງ ນັກຂ່າວ VOV ປະຈຳ ຝລັ່ງ)

ຕອບກັບ

ຂ່າວ/ບົດ​ອື່ນ