ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

(VOVWORLD) -ທ່ານ ບຸນທັນ ແສງມະນີ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ວຽງຈັນ ຫວັງວ່າ ຜ່ານບັນດາກິດຈະກຳນີ້, ພວກນ້ອງນັກຮຽນ ຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບສາຍພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ ຫຼາຍກວ່າອີກ.
ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ - ảnh 1ຄະນະຈັດຕັ້ງມອບລາງວັນທີໜຶ່ງໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍ ວຽງຈັນ (ພາບ: VOV)

ວັນທີ 27 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ວຽງຈັນ ໄດ້ສົມທົບກັບໂຮງຮຽນມັດທະຍົມຕອນປາຍ ແລະ ວິທະຍາໄລວິຊາຊີບ ໂດຍ ຫວຽດນາມ ຊ່ວຍເຫຼືອ, ຈັດການເສັງຖາມ - ຕອບວິທະຍາສາດ ແລະ ສະແດງລາຍການສິລະປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977 – 18/7/2022).

        ກ່າວຄຳເຫັນທີ່ພິທີ, ທ່ານ ບຸນທັນ ແສງມະນີ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ວຽງຈັນ ຫວັງວ່າ ຜ່ານບັນດາກິດຈະກຳນີ້, ພວກນ້ອງນັກຮຽນ ຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບສາຍພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ ຫຼາຍກວ່າອີກ.

        ການເສັງຖືກຈັດຂຶ້ນຢູ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ດ້ວຍເນື້ອໃນຄຳຖາມກ່ຽວກັບສາຍພົວພັນ ຫວຽດນາມ - ລາວ. ສິ້ນສຸດການເສັງ, ຄະນະຈັດຕັ້ງໄດ້ມອບ ລາງວັນທີໜຶ່ງ 2 ລາງວັນໃຫ້ແກ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ແລະ ໂຮງຮຽນມັດທະຍົມຕອນປາຍ ວຽງຈັນ ແລະ 5 ລາງວັນໃຫ້ແກ່ບັນດາລາຍການສະແດງສິລະປະ.

ນັກຂ່າວ VOV ປະຈຳ ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ