ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ ເລ​ຂາ​ທີ​ໜຶ່ງ​ ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດໂຮ່​ຈີ​ມິນ ແລະ ເລ​ຂາ​ສູນ​ກາງ​ ​ຊາວ​ໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

(VOVWORLD) -ຕອນບ່າຍວັນທີ 18 ມີນາ, ທ່ານ ຫງວຽນແອັງຕວັນ ເລຂາທີໜຶ່ງ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານ ສະຫະພັນຊາວໜຸ່ມ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງອອນລາຍ ກັບ ທ່ານ ອາລຸນໄຊ ສູນນະລາດ ເລຂາສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ  
ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ ເລ​ຂາ​ທີ​ໜຶ່ງ​ ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດໂຮ່​ຈີ​ມິນ ແລະ ເລ​ຂາ​ສູນ​ກາງ​ ​ຊາວ​ໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ      - ảnh 1ທ່ານ ຫງວຽນແອັງຕວັນ ເລຂາທີໜຶ່ງ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານ ສະຫະພັນຊາວໜຸ່ມ ຫວຽດນາມ

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແລກປ່ຽນບັນດາເນື້ອໃນຮ່ວມມືລະຫວ່າງສອງອົງການຊາວໜຸ່ມໃນໄລຍະທີ່ຜ່ານມາ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາກ່ຽວກັບມູນເຊື້ອສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ແກ່ໄວໜຸ່ມສອງປະເທດ, ສືບຕໍ່ຈັດຕັ້ງບັນດາການພົບປະຊາວໜຸ່ມ, ນັກສຶກສາຕາມຮູບການທີ່ເໝາະສົມກັບສະພາບການເກີດໂລກລະບາດໂຄວິດ - 19, ຈັດຕັ້ງການບຳລຸງສ້າງພະນັກງານເຮັດວຽກງານຄະນະຊາວໜຸ່ມ, ສະມາຄົມຊາວໜຸ່ມລະຫວ່າງສອງປະເທດ; ກະກຽມເຊັນໂຄງການຮ່ວມມືໄລຍະ 2022 – 2027 ໃນຂອບເຂດໂຄງການພົບປະມິດຕະພາບປີ 2022.

        ພ້ອມກັນນັ້ນ, ສອງຝ່າຍກໍ່ສືບຕໍ່ສາມັກຄີກັນ, ສະໜິດຕິດພັນ, ໜູນຊ່ວຍ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວພົວພັນຮ່ວມມືຂອງຊາວໜຸ່ມຫຼາຍຝ່າຍໃນພາກພື້ນ ແລະ ໂລກ, ເປັນຕົ້ນແມ່ນກົນໄກຮ່ວມມືຊາວໜຸ່ມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ