ການ​ໂອ້​ລ​ົມ​ສົນ​ທະ​ນາ​ທາບ​ທາມ​ຄ​ຳ​ເຫັນ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ຕອນເຊົ້າວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການໂອ້ລົມສົນທະນາທາບທາມຄຳເຫັນນັກຊ່ຽວຊານກ່ຽວກັບເສດຖະກິດ - ສັງຄົມ.
ການ​ໂອ້​ລ​ົມ​ສົນ​ທະ​ນາ​ທາບ​ທາມ​ຄ​ຳ​ເຫັນ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1(ການໂອ້ລົມສົນທະນາ)

ກ່າວຄໍາເຫັນໄຂການໂອ້ລົມສົນທະນາ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໃຫ້ຮູ້ວ່າ ບັນດາຄຳຄິດເຫັນທີ່ນຳມາປຶກສາຫາລືໃນການໂອ້ລົມສົນທະນາ ແມ່ນຊ່ອງຂໍ້ມູນທີ່ລໍ້າຄ່າເພື່ອໃຫ້ສະພາແຫ່ງຊາດຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ກ່ຽວກັບເສດຖະກິດ - ສັງຄົມ. ເວທີປາໄສກໍແມ່ນບ່ອນເພື່ອໃຫ້ບັນດານັກຊ່ຽວຊານ, ນັກວິທະຍາສາດ, ຜູ້ຄຸ້ມຄອງສະແດງທັດສະນະລົງເລິກວິຊາການ, ເອກະລາດ, ດ້ວຍຫຼາຍແງ່ມູມ ແລະ ມີລັກສະນະສ້າງສັນຂອງຕົນ ເພື່ອພັດທະນາເສດຖະກິດ - ສັງຄົມໃຫ້ບັນລຸຄຸນນະພາບ ແລະ ຍືນຍົງ. ແຜນນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນສຸມໃສ່ຄວບຄຸມໂລກລະບາດເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ສ້າງພື້ນຖານແກ່ການຟື້ນຟູ, ພັດທະນາເສດຖະກິດ; ພ້ອມທັງຮັກສາ, ຟື້ນຟູການເຄື່ອນໄຫວເສດຖະກິດໃຫ້ມີຄວາມສາມາດ, ແຫຼ່ງກຳລັງ ແລະ ເງື່ອນໄຂປ້ອງກັນ, ຕ້ານໂລກລະບາດ.

ໃນການໂອ້ລົມສົນທະນາ, ບັນດາຜູ້ແທນພາຍໃນປະເທດ ແລະ ສາກົນ ໄດ້ກ່າວຄຳເຫັນ, ແລກປ່ຽນ, ຍົກໃຫ້ເຫັນຢ່າງພົ້ນເດັ່ນບັນດາຂໍ້ສັງເກດ, ການຕີລາຄາກ່ຽວກັບສະພາບການພິເສດຂອງສາກົນ ແລະ ພາຍໃນປະເທດ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນດາບັນຫາໃຫຍ່, ຈຸດສຸມ, ຈາກນັ້ນທາບທາມຄຳເຫັນ, ຍົກອອກມາດຕະການ, ຂໍ້ສະເໜີແນະທີ່ເໝາະສົມໃຫ້ປີ 2022 ແລະ ຊຸມປີຕໍ່ໄປ.

ກ່າວຄຳເຫັນສະຫຼຸບການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ສະພາແຫ່ງຊາດຮັບຟັງບັນດາຄຳເຫັນຂອງນັກຊ່ຽວຊານ, ບັນດາກະຊວງ, ຂະແໜງການຕີລາຄາກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການເງິນ, ງົບປະມານ, ການລົງທຶນພາກລັດຂອງປີ 2021 ເພື່ອໃຫ້ມີບັນດາຫຼັກຖານວິທະຍາສາດ, ພຶດຕິກຳຕົວຈິງ, ຄຳຕັດສິນລັດຖະນະໂຍບາຍ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເສດຖະກິດ-ສັງຄົມ, ການເງິນ, ງົບປະມານຂອງປີ 2022.

“ສະພາແຫ່ງຊາດຄວນເພີ່ມທະວີກຳລັງຄວາມສາມາດໃນການສ້າງລະບອບລະບຽບການໃນທຸກຂົງເຂດກວ່າອີກ ນັບທັງໃນສະເພາະໜ້າ ແລະ ໃນໄລຍະຍາວ. ເພີ່ມທະວີການອະພິປາຍຢູ່ຂັ້ນຄະນະກຳມາທິການ, ສະພາຊົນເຜົ່າ, ບັນດາອົງການຂອງສະພາແຫ່ງຊາດກ່ຽວກັບບັນດາບັນຫາທີ່ສົນໃຈ ເພື່ອໃຫ້ພວກເຮົາປະກອບຄຳເຫັນ, ຮ່ວມເດີນທາງພ້ອມກັບລັດຖະບານ, ນາຍົກລັດຖະມົນຕີ ໃນວຽກງານປ້ອງກັນ ຕ້ານໂລກລະບາດໄດ້ຫຼາຍທີ່ສຸດ, ລະດົມກຳລັງແຮງຂອງທັງລະບົບການເມືອງຢ່າງສຸດຂີດ.”

ຕອບກັບ

ຂ່າວ/ບົດ​ອື່ນ