ການໂອ້ລົມສົນທະນານາຍທະຫານໜຸ່ມປ້ອງກັນຊາຍແດນ ຫວຽດນາມ - ລາວ

(VOVWORLD) -ບັນດາຜູ້ແທນໄດ້ຫວນຄືນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງກອງທັບຂອງ 2 ປະເທດ ຫວຽດນາມ ແລະ ລາວ ໃນການຕໍ່ຕ້ານຄັ້ງຕ່າງໆ ເພື່ອປົກປັກຮັກສາປະເທດຊາດ
ການໂອ້ລົມສົນທະນານາຍທະຫານໜຸ່ມປ້ອງກັນຊາຍແດນ ຫວຽດນາມ - ລາວ - ảnh 1(ທີ່ການໂອ້ລົມສົນທະນາ)

        ວັນທີ 23 ມີນາ, ຢູ່ແຂວງ ຫົວພັນ, ທາງພາກເໜືອຂອງ ລາວ, ໄດ້ຈັດລາຍການໂອ້ລົມສົນທະນານາຍທະຫານໜຸ່ມຊາຍແດນຂອງ 3 ແຂວງ ເຊີນລາ - ແທັງຮວາ - ຫົວພັນ ໂດຍມີການເຂົ້າຮ່ວມຂອງການນຳກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນຊາດ ລາວ ພ້ອມກັບນາຍທະຫານໜຸ່ມ 50 ຄົນສັງກັດກຳລັງປ້ອງກັນຊາຍແດນ ຫວຽດນາມ ແລະ ລາວ. ບັນດາຜູ້ແທນໄດ້ຫວນຄືນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງກອງທັບຂອງ 2 ປະເທດ ຫວຽດນາມ ແລະ ລາວ ໃນການຕໍ່ຕ້ານຄັ້ງຕ່າງໆ ເພື່ອປົກປັກຮັກສາປະເທດຊາດ; ພົບປະແລກປ່ຽນກັບບັນດາຕົວພະຍານປະຫວັດສາດ ເຊິ່ງເຄີຍປະຕິບັດງານ ແລະ ຕໍ່ສູ້ຢູ່ແຂວງ ຫົວພັນ. ການໂອ້ລົມດັ່ງກ່າວນີ້ ຍັງແມ່ນການເຄື່ອນໄຫວປະກອບສ່ວນສຶກສາມູນເຊື້ອໃຫ້ແກ່ຊາວໜຸ່ມ 3 ແຂວງ: ແທັງຮວາ, ເຊີນລາ ແລະ ຫົວພັນ ຢືນຢັນຄວາມຕັດສິນໃຈຂອງບັນດານາຍທະຫານໜຸ່ມຂອງກອງທັບ 2 ປະເທດ, ໃນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ