ການ​​ໂອ້​ລ​ົມ​ສົນ​ທະ​ນາ​ຜ່ານ​ຄື້ນ​ວິ​ທະ​ຍຸ ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງ 65 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພ​ົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ອິ​ນ​ໂດ​ເນ​ເຊຍ

(VOVWORLD) -ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ສົມທົບກັບວິທະຍຸກະຈາຍສຽງ ສາທາລະນະລັດ ອິນໂດເນເຊຍ (RRI) ຈັດຕັ້ງການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ (30/12/1955 – 30/12/2020).
ການ​​ໂອ້​ລ​ົມ​ສົນ​ທະ​ນາ​ຜ່ານ​ຄື້ນ​ວິ​ທະ​ຍຸ ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງ 65 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພ​ົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ອິ​ນ​ໂດ​ເນ​ເຊຍ - ảnh 1  ການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ໄດ້ຊ່ວຍໃຫ້ຜູ້ຟັງມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສອງປະເທດ 

        ວັນທີ 30 ພະຈິກ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ສົມທົບກັບວິທະຍຸກະຈາຍສຽງ ສາທາລະນະລັດ ອິນໂດເນເຊຍ (RRI) ຈັດຕັ້ງການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ (30/12/1955 – 30/12/2020). ດ້ວຍເວລາ 60 ນາທີ, ການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ໄດ້ຊ່ວຍໃຫ້ຜູ້ຟັງມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສອງປະເທດ ໂດຍປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Sukarno ເປັນຜູ້ກໍ່ຕັ້ງນັບແຕ່ປີ 1955, ບັນດາຈຸດຄ້າຍຄືກັນ ແລະ ຈຸດທີ່ເປັນເອກະລັກສະເພາະທາງດ້ານວັດທະນະທຳ, ປະຫວັດສາດ, ສາສະໜາ ກໍຄື ແງ່ຫວັງຂອງການຮ່ວມມືລະຫວ່າງສອງປະເທດໃນອະນາຄົດ. ນະທີ່ນີ້, ສອງຝ່າຍຖືວ່າ: ຫວຽດນາມ ແລະ ອິນໂດເນເຊຍ ສວມບົດບາດສຳຄັນໃນພາກພື້ນ ແລະ ໃນໂລກ, ໃຫ້ຄຳໝັ້ນສັນຍາ ຈະພ້ອມກັນຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ສັນຕິພາບຂອງພາກພື້ນ ແລະ ການຕໍ່ສູ້ເພື່ອນຳວັດທະນາຖາວອນມາໃຫ້ປະຊາຄົມ ອາຊຽນ ແລະ ໂລກ.

ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ