ການໂອ້ລົມສົນທະນາສັງຄົມອາຊຽນ ຄັ້ງທີ 11

(VOVWORLD) -ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ ໄດ້ປຶກສາຫາລື 2 ເນື້ອໃນຕົ້ນຕໍ ລວມມີ: ໂລກລະບາດໂຄວິດ 19 ແລະ ບັນດາການກະທົບຕໍ່ວຽກງານໃນໂລກ; ສ້າງອາຊຽນ ຄືນໃຫມ່ໃຫ້ດີກວ່າເກົ່າ
ການໂອ້ລົມສົນທະນາສັງຄົມອາຊຽນ ຄັ້ງທີ 11 - ảnh 1 ພາບປະກອບ

ຕອນບ່າຍວັນທີ 17 ທັນວາ ດ້ວຍບົດບາດແມ່ນປະທານ ອາຊຽນ 2020, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບ ສະພາກຳມະບານບໍລິການບັນດາປະເທດ ອາຊຽນ ຈັດຕັ້ງການໂອ້ລົມສົນທະນາສັງຄົມ ອາຊຽນ ຄັ້ງທີ 11 ດ້ວຍ ຫົວຂໍ້ “ສ້າງ ອາຊຽນ ສະຫນິດຕິດພັນ ແລະ ເປັນເຈົ້າການຮັບມື ຫລັງໂຄວິດ 19”. ເຂົ້າຮ່ວມການໂອ້ລົມສົນທະນາ ມີບັນດາຜູ້ຕາງຫນ້າຂອງກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ ກ່ຽວກັບແຮງງານ, ຄະນະເລຂາ ອາຊຽນ, ຜູ້ຕາງຫນ້າບັນດາອົງການຂອງແຮງງານ ແລະ ຜູ້ນຳໃຊ້ແຮງງານ ອາຊຽນ, ອົງການຈັດຕັ້ງສາກົນໃນພາກພື້ນ.

 ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ ໄດ້ປຶກສາຫາລື 2 ເນື້ອໃນຕົ້ນຕໍ ລວມມີ: ໂລກລະບາດໂຄວິດ 19 ແລະ ບັນດາການກະທົບຕໍ່ວຽກງານໃນໂລກ; ສ້າງອາຊຽນ ຄືນໃຫມ່ໃຫ້ດີກວ່າເກົ່າ. ອີງໃສ່ການປຶກສາຫາລື, ບັນດາຂໍ້ສະເຫນີຢູ່ພາກພື້ນຂອງການໂອ້ລົມສົນທະນາໄດ້ຍົກອອກມາ ເພື່ອແນໃສ່ສະຫນອງຂໍ້ສະເຫນີແນະໃຫ້ບັນດາປະເທດສະມາຊິກ ອາຊຽນ ໃນການເປັນເຈົ້າການຮັບມືກັບການກະທົບຈາກໂຄວິດ 19 ຫລື ບໍ່ວ່າໂລກລະບາດໃດອາດຈະເກີດຂຶ້ນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ