ການໄປຢ້ຽມຢາມກຸຍບາຢ່າງເປັນທາງການແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສປຊ ຊຸດທີ 76 ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະເດີນທາງໄປຢ້ຽມຢາມ ກຸຍບາ ຢ່າງເປັນທາງການໃນລະຫວ່າງວັນທີ 18 - 20 ກັນຍາ.
ການໄປຢ້ຽມຢາມກຸຍບາຢ່າງເປັນທາງການແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສປຊ ຊຸດທີ 76 ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ
(ພາບ: ກະຊວງການຕ່າງປະເທດ)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກຸຍບາ Miguel Diaz-Canel, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະເດີນທາງໄປຢ້ຽມຢາມ ກຸຍບາ ຢ່າງເປັນທາງການໃນລະຫວ່າງວັນທີ 18 - 20 ກັນຍາ. ຫຼັງຈາກນັ້ນ, ນັບແຕ່ວັນທີ 21 ຫາວັນທີ 24 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ແລະ ປະຕິບັດການເຄື່ອນໄຫວ 2 ຝ່າຍບາງຢ່າງຢູ່ອາເມລິກາ.

        ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຈຸດປະສົງ, ຄວາມໝາຍຂອງການເດີນທາງຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ ໃຫ້ຮູ້ວ່າ:

        “ນັ້ນແມ່ນການຢ້ຽມຢາມເພື່ອແນໃສ່ຢືນຢັນການໃຫ້ບຸລິມະສິດຂອງຫວຽດນາມ ໃນການພົວພັນກັບບັນດາປະເທດທີ່ເປັນມູນເຊື້ອອ້າຍນ້ອງ. ນີ້ກໍ່ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ຍ້ອນນີ້ແມ່ນການຢ້ຽມຢາມ ກຸຍບາ ເປັນຄັ້ງທຳອິດພາຍຫຼັງທີ່ຫວຽດນາມ ຈັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກບັນລຸຜົນສຳເລັດ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ແມ່ນປະມຸກລັດຕ່າງປະເທດທຳອິດມາຢ້ຽມຢາມ ກຸຍບາ ພາຍຫຼັງທີ່ກຸຍບາ ຈັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກບັນລຸຜົນສຳເລັດ. ການຢ້ຽມຢາມກໍ່ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີ, ການສະໜັບສະໜູນຢ່າງແໜ້ນແຟ້ນຂອງ ຫວຽດນາມ ທີ່ມີຕໍ່ ກຸຍບາ ໂດຍສະເພາະແມ່ນໃນສະພາບທີ່ 2 ປະເທດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະແດງໃຫ້ເຫັນຢ່າງຈະແຈ້ງສີສັນການຕ່າງປະເທດຂອງ ຫວຽດນາມ ແມ່ນຈິ່ງໃຈ ແລະ ສັດຊື່ບໍລິສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ