ກຳປັ່ນກອງທັບເຮືອ ການາດາ 2 ລຳມາ ຢ້ຽມຢາມມິດຕະພາບ ຫວຽດນາມ

(VOVWORLD) - ມີ ນາຍທະຫານ ແລະ ທະຫານເຮືອ ໃນກຳປັ່ນ ສອງ ລຳດັ່ງກ່າວ ກ່ວາ 320 ຄົນ, ໂດຍທ່ານ ພັນຕີ Jacob French, ຊຶ່ງເປັນນາຍທະຫານບັງຄັບບັນຊາກຳປັ່ນກອງທັບເຮືອ HMCS Regina ນຳໜ້າ.
ກຳປັ່ນກອງທັບເຮືອ ການາດາ 2 ລຳມາ ຢ້ຽມຢາມມິດຕະພາບ ຫວຽດນາມ - ảnh 1ນາຍທະຫາຍນ ຫວຽດນາມມອບຂອງຂວັນໃຫ້ແກ່ບັນດານາຍທະຫານບັງຄັບບັນຊາກຳປັ່ນກອງທັບເຮືອຂອງການາດາ (ພາບ: VTC News)

ໃນວັນທີ 10 ມິຖຸນາ, ກຳປັ່ນຂັບໄລ່ HMCS Regina ພ້ອມກັບກຳປັ່ນຊ່ວຍໜູນພະລາທິການ Asterix ຂອງກອງທັບເຮືອ ການາດາ ເຂົ້າທຽບທ່າກຳປັ່ນສາກົນ ກາມແຣັງ, ແຂວງແຄ໊ງຮ່ວາເປັນຄັ້ງທຳອິດ, ເພື່ອເລີ່ມຕົ້ນການຢ້ຽມຢາມມິດຕະພາບ ຫວຽດນາມ ໃນເວລາ 4 ວັນ. ມີ ນາຍທະຫານ ແລະ ທະຫານເຮືອ ໃນກຳປັ່ນ ສອງ ລຳດັ່ງກ່າວ ກ່ວາ 320 ຄົນ, ໂດຍທ່ານ ພັນຕີ Jacob French, ຊຶ່ງເປັນນາຍທະຫານບັງຄັບບັນຊາກຳປັ່ນກອງທັບເຮືອ HMCS Regina ນຳໜ້າ.

ໃນໄລຍະມາຢ້ຽມຢາມ ແຄ໊ງຮ່ວາ, ກຸ່ມນາຍທະຫານບັງຄັບບັນຊາກຳປັ່ນກອງທັບເຮືອ 2 ລ້ຳ ຂອງພະບໍລົມວົງສານຸວົງ ການາດາ ຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນແຂວງແຄ໊ງຮ່ວາ, ແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບກອງບັນຊາການກອງທັບເຮືອ ເຂດ 4, ຢ້ຽມຢາມປູຊະນີຍະຊະຖານ, ເຂດຮ່ອງຮອຍປະຫວັດສາດຂອງແຂວງ ແຄ໊ງຮ່ວາບາງແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ