ກຳ​ປູ​ເຈຍ ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ເຮືອ​ບິນ​ທີ່​ມາ​ຈາກ 3 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ອອກຂໍ້ຕົກລົງວ່າດ້ວຍການຍົກເລີກຄຳສັ່ງຫ້າມເຮືອບິນທັງໝົດທີ່ມາຈາກ ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ, ພາຍຫຼັງທີ່ປະຊາຊົນສ່ວນຫຼາຍຢູ່ປະເທດນີ້ ໄດ້ສັກວັກຊິນກັນພະຍາດໂຄວິດ - 19.

ວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ອອກຂໍ້ຕົກລົງວ່າດ້ວຍການຍົກເລີກຄຳສັ່ງຫ້າມເຮືອບິນທັງໝົດທີ່ມາຈາກ ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ, ພາຍຫຼັງທີ່ປະຊາຊົນສ່ວນຫຼາຍຢູ່ປະເທດນີ້ ໄດ້ສັກວັກຊິນກັນພະຍາດໂຄວິດ - 19. ຂໍ້ຕົກລົງສະບັບດັ່ງກ່າວ ມີຜົນສັກສິນໂດຍທັນທີ.

ການຍົກເລີກຄຳສັ່ງເກືອດຫ້າມດັ່ງກ່າວ ແມ່ນສ່ວນໜຶ່ງໃນແຜນການເປີດການເຄື່ອນໄຫວເສດຖະກິດ ສັງຄົມຄືນໃໝ່ເທື່ອລະກ້າວຂອງ ກຳປູເຈຍ ໂດຍຜ່ານການຮັບມືກັບສະພາບປົກກະຕິໃໝ່ ແລະ ເລີ່ມເຄື່ອນໄຫວການບໍລິການຂົນສົ່ງທາງການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ