ກ​ຳ​ປູ​ເຈຍ ຕົກ​ລົງເລືອກ​​ເອົາກິ​ລາ 37 ປະ​ເພດເຂົ້າ​ແຂ່ງ​ຂັນ​ໃນ ຊີ​ເກມ 32

(VOVWORLD) -ໃນຈຳນວນກິລາ 37 ປະເພດແຂ່ງຂັນຢ່າງເປັນທາງການໃນ ຊີເກມ 32 ນັ້ນ, ກຳປູເຈຍ ໄດ້ຕົກລົງນຳກິລາ 3 ປະເພດທີ່ມີລັກສະນະເປັນເອກະລັກໃນວັດທະນະທຳຂອງຕົນເຂົ້າລາຍການແຂ່ງຂັນ. 
ກ​ຳ​ປູ​ເຈຍ ຕົກ​ລົງເລືອກ​​ເອົາກິ​ລາ 37 ປະ​ເພດເຂົ້າ​ແຂ່ງ​ຂັນ​ໃນ ຊີ​ເກມ 32   - ảnh 1ກຳປູເຈຍ ໄດ້ຕົກລົງນຳກິລາ ມວຍ Bokator ເຂົ້າໃນລາຍການແຂ່ງຂັນ (ພາບ:  Khmer Times)

ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (ຊີເກມ 32) ໄດ້ຕົກລົງເລືອກເອົາກິລາ 37 ປະເທດເຂົ້າແຂ່ງຂັນຢ່າງເປັນທາງການໃນເຫດການກິລາລະດັບພາກພື້ນ ເຊິ່ງຈະເລີ່ມດຳເນີນໃນເດືອນພຶດສະພານີ້. ວັນທີ 14 ມີນາ, ທ່ານ Vath Charmoeun ເລຂາທິການໃຫຍ່ ຄະນະກຳມະການ Olympic ແຫ່ງຊາດ ກຳປູເຈຍ (NOCC)  ໃຫ້ຮູ້ວ່າ ໃນຈຳນວນກິລາ 37 ປະເພດແຂ່ງຂັນຢ່າງເປັນທາງການໃນ ຊີເກມ 32 ນັ້ນ, ກຳປູເຈຍ ໄດ້ຕົກລົງນຳກິລາ 3 ປະເພດທີ່ມີລັກສະນະເປັນເອກະລັກໃນວັດທະນະທຳຂອງຕົນເຂົ້າລາຍການແຂ່ງຂັນ ເຊິ່ງລວມມີ: ມວຍ Bokator, ມວຍ Kun Khmer ແລະ ໝາກເສິກ Ok Chaktrong.

ຕອບກັບ

ຂ່າວ/ບົດ​ອື່ນ