ກຳມະບານ ຫວຽດນາມ - ບ່ອນອີງຂອງຊາວຜູ້ອອກແຮງງານຢ່າງໝັ້ນຄົງໜັກແໜ້ນ

(VOVWORLD) -ພ້ອມກັບການພັດທະນາຂອງປະເທດຊາດ, ອົງການກຳມະບານ ຫວຽດນາມ ພວມນັບມື້ນັບເຕີບໂຫຍ່ເຂັ້ມແຂງ, ຢັ້ງຢືນບົດບາດສຳຄັນຂອງຕົນ ໃນການເບິ່ງແຍງດູແລ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ.
ກຳມະບານ ຫວຽດນາມ - ບ່ອນອີງຂອງຊາວຜູ້ອອກແຮງງານຢ່າງໝັ້ນຄົງໜັກແໜ້ນ - ảnh 1 ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ບຸຍວັນເກືອງ ຢ້ຽມຢາມກຳມະກອນ ນິງບິງ ເດືອນ 09/2017 (ພາບ:TTXVN)

ອົງການກຳມະບານ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1929, ຊຶ່ງໄດ້ຄົງຕົວ ແລະ ພັດທະນາຕິດພັນກັບການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ປັດຈຸບັນ, ທີ່ຕັ້ງຂອງກຳມະບານ ຫວຽດນາມ ໄດ້ສະແດງໃຫ້ເຫັນບົນພື້ນຖານນິຕິທຳ, ໄດ້ລະບຸໃນບັນດາເອກະສານນິຕິກຳ. ຂໍ້ 1  ມາດຕາ 1 ຂອງກົດໝາຍວ່າດ້ວຍກຳມະບານ ຫວຽດນາມ ປີ 1990 ກຳນົດວ່າ: “ກຳມະບານແມ່ນສະມາຊິກໃນລະບົບການເມືອງສັງຄົມ ຫວຽດນາມ”. ກ່າວຄຳເຫັນຊີ້ນຳຕໍ່ສະຫະພັນໃຫຍ່ແຮງງານ ຫວຽດນາມ ຫວ່າງແລ້ວນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ຊົນຊັ້ນກຳມະກອນ, ແຮງງານພວມມີໜ້າໃນທຸກຂົງເຂດຂອງພື້ນຖານເສດຖະກິດ, ປະກອບສ່ວນເຂົ້າໃນຍອດຜະລິດຕະພັນສັງຄົມກ່ວາ 65% ແລະ ປະກອບສ່ວນເຂົ້າງົບປະມານທົ່ວປະເທດກ່ວາ 70%. ສະນັ້ນ, ອົງການກຳມະບານມີບົດບາດສຳຄັນໃນວິວັດການພັດທະນາຂອງປະເທດຊາດ, ແມ່ນບ່ອນອີງຂອງຊາວຜູ້ອອກແຮງງານໃນທຸກໄລຍະຢ່າງໝັ້ນຄົງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ