ກຳມາທິການການຕ່າງປະເທດສະພາສູງອາເມລິກາ ຮັບຮອງເອົາຂໍ້ຕົກລົງນິວເຄຼຍ ພົນລະເຮືອນກັບຫວຽດນາມ

ກຳມາທິການການຕ່າງປະເທດສະພາສູງອາເມລິກາ ຮັບຮອງເອົາຂໍ້ຕົກລົງນິວເຄຼຍ ພົນລະເຮືອນກັບຫວຽດນາມ - ảnh 1
(ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kery ​ແລະ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມບິ່ງ​ມິນ)


(vovworld) –  ວັນ​ທີ 22/07, ກຳມາ​ທິການການ​ຕ່າງປະ​ເທດ​ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​​ເອົາຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ນິວ​ເຄຼີຍພົນລະ​ເຮື​ອນ​ກັບ​ຫວຽດນາມ, ​ໃນ​ສະພາບ​ທີ່ ວໍ​ຊິງ​ຕັນ ພວມ​ຊອກ​ຫາ​ວິທີ​ເພື່ອ​ເປີດ​ກວ້າງ​ການ​ພົວພັນ​ກັບ​ຮ່າ​ໂນ້ຍ. ຂໍ້​ຕົກລົງ​ດັ່ງກ່າວ​​ໂດຍທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kery ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ ລົງ​ນາມ​ເມື່ອ​ເດືອນ 10/2013 ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ຢູ່​ບຣຸ​ໄນ, ​​ໂດຍທ່າ​ນປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​​ໄດ້ອະ​ນຸມັດ​ຜ່ານ​ແລ້ວ. ກ່ອນ​ໜ້າ​ນັ້ນ, ບັນດາ​ນັກ​ເຄື່ອນ​ໄຫວ​ຕ້ານ​ກາ​ນ​ເຜີຍ​ແຜ່​ອາວຸດ​ນິວ​ເຄຼຍ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ບາງ​ທ່ານ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ເລື່ອງ​ຂໍ້​ຕົກລົງ​ດັ່ງກ່າວ​ບໍ່​ຫ້າມ​ຫວຽດນາມ ​ເສີມ​ທາດ ອູຣານີ ຫຼື ຜະລິດ Plutoni ຄືນ​ໃໝ່, ​ເຊິ່ງ​​ແມ່ນ​ບັນດາ​ວັດຖຸ​ທີ່​ສາມາດ​ນຳ​ໃຊ້​ເພື່ອ​ພັດທະນາ​ອາວຸດ​ນິວ​ເຄຼຍ​ໄດ້. ​ແຕ່​ວ່າ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ບໍ່​ຜູກ​ມັດ​ດ້ານ​ໃສ່​ກົດໝາຍ​ກັບ​ອາ​ເມ​ລິ​ກາ ​ວ່າ ​ຮ່າ​ໂນ້ຍ ບໍ່​ຕັ້ງ​ໃຈ​ຊອກ​ຫາ​ກຳລັງ​ຄວາມ​ສາມາດ​ນັ້ນ.

        ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານນິວ​ເຄຼຍ​ພົນລະ​ເຮື​ອນ​ຫວຽດນາມ - ອາ​ເມ​ລິ​ກາ ຫຼື ​ເອີ້ນ​ວ່າ​ສັນຍາ​ຮ່ວມ​ມື​ນິວ​ເຄຼຍ 123, ຈະ​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ຂອງ​ອາ​ເມ​ລິ​ກາ ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ທີ່ພວມ​ເປີດ​ກວ້າງ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ໄຟຟ້າ​ນິວ​ເຄຼຍ. ຕາມ​ການ​ຕີ​ລາຄາ​ຂອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ຂໍ້​ຕົກລົງ​ເຊິ່ງອຳນາດ​ການ​ປົກຄອງ​ປະທານາທິບໍດີ Barack Obama ​ໄດ້​ລົງ​ນາມ​ກັບ​ຫວຽດນາມ ຈະ​ເປີດ​ປະຕູ​ຕະຫຼາດ​ຫວຽດນາມ ​ໃຫ້​ບັນດາ​ບໍລິສັດ​ຂອງ​ອາ​ເມ​ລິກາ, ນຳມາ​​ໃຫ້​ຂົງ​ເຂດ​ສົ່ງ​ອອກ​ນິວ​ເຄຼຍຂອງ​ອາ​ເມ​ລິ​ກາ​ ​ແຕ່ 10 – 20 ຕື້ USD ພ້ອມ​ທັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ອາ​ເມ​ລິ​ກາ ກວ່າ 50.000 ຄົນ ດ້ວຍ​ລະດັບ​ເງິນ​ເດືອນ​ສູງ​.

ຂ່າວ/ບົດ​ອື່ນ