ກຳລັງຮັກສາສັນຕິພາບສະຫະປະຊາຊາດໜູນຊ່ວຍບັນດາປະເທດຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ວັນທີ 04 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມເປີດອອນລາຍ ກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຕໍ່ການຮັບມືກັບໂລກລະບາດໂຄວິດ-19.

ກຳລັງຮັກສາສັນຕິພາບສະຫະປະຊາຊາດໜູນຊ່ວຍບັນດາປະເທດຮັບມືກັບໂລກລະບາດໂຄວິດ-19 - ảnh 1 ກຳລັງຮັກສາສັນຕິພາບສະຫະປະຊາຊາດ

(ພາບປະກອບ: ສປຊ)

ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງຄະນະປະຕິບັດງານຮັກສາສັນຕິພາບຫວຽດນາມ ໃນເລື່ອງຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ໃນໄລຍະເກີດໂລກລະບາດ, ບັນດາປະເທດໄດ້ສະເໜີໃຫ້ຄະນະປະຕິບັດງານເອົາໃຈໃສ່ເຖິງບາງບຸລິມະສິດ, ໃນນັ້ນມີການປົກປ້ອງພົນລະເມືອງ; ຮັບປະກັນຄວາມໝັ້ງຄົງ, ຄວາມປອດໄພໃຫ້ແກ່ກຳລັງຮັກສາສັນຕິພາບ…

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກວ່າ, ບັນດາຫຼັກການທີ່ຕ້ອງປະຕິບັດໃນການຜັນຂະຫຍາຍການເຄື່ອນໄຫວຮັກສາສັນຕິພາບ ໃນສະພາບການພິເສດຄືໃນປະຈຸບັນ; ເອົາໃຈໃສ່ເຖິງຄວາມຈຳເປັນຕ້ອງປົກປ້ອງ ແລະ ສ້າງເງື່ອນໄຂສະດວກໃຫ້ກຳລັງຮັກສາສັນຕິພາບເພດຍິງ ກໍຄືເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ເວົ້າລວມໃນວິວັດທະນາການສັນຕິພາບ. ເມື່ອແລກປ່ຽນກັບບັນດານັກລາຍງານ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຍົກອອກບັນດາບັນຫາກ່ຽວກັບປະສິດທິຜົນຂອງການປະຕິບັດຄຳຮຽກຮ້ອງຢຸດຍິງໃນຕົວຈິງ ເພື່ອສຸມໃສ່ຮັບມືກັບໂລກລະບາດໂຄວິດ-19 ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ