ກຽມ​ພ້ອມ​ວິ​ທີ​ການ​ຮັບ​ມື​ກັບ​ຝົນ​ຕົກ​ໜັກ

(VOVWORLD) -ທ່ານ ຫງວຽນຮ່ວາງຮຽບ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກ່າວເຕື່ອນວ່າ ເຂດຄວາມກົດດັນອາກາດຕຳ ຍາກທີ່ຈະມີຄວາມແຮງຕື່ມອີກ, ເຖິງຢ່າງໃດກໍ່ຕາມ, ຍັງຈະເກີດມີຝົນຕົກໜັກ ຢູ່ເຂດພາກກາງ, ໄຕງວຽນ. 
ກຽມ​ພ້ອມ​ວິ​ທີ​ການ​ຮັບ​ມື​ກັບ​ຝົນ​ຕົກ​ໜັກ - ảnh 1ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ສະກັດກັ້ນໄພທຳມະຊາດຜັນຂະຫຍາຍໜ້າທີ່ຮັບມືກັບຝົນຕົກ, ນ້ຳຖ້ວນຢູ່ພາກກາງ (ພາບ: nongnghiep.vn)

“ກ່າວເຕື່ອນ ແລະ ແນະນຳໃຫ້ກຳປັ່ນອອກຈາກບໍລິເວນອັນຕະລາຍຂອງເຂດຄວາມກົດດັນອາກາດຕ່ຳຢູ່ທະເລຕາເວັນອອກ, ພິເສດແມ່ນຮີບເຮັງຜັນຂະຫຍາຍບັນດາວິທີການຮັບມືກັບຜົນຕົກໜັກ, ຮັບປະກັນຊີວິດຂອງປະຊາຊົນ ແລະ ຄວາມປອດໄພຂອງປະຊາຊົນຢູ່ເຊດລຸມອ່າງເກັບນ້ຳ”. ນີ້ກໍ່ແມ່ນຄຳຮຽກຮ້ອງທີ່ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ທີ່ດຳເນີນໃນຕອນເຊົ້າວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ.

ທ່ານ ຫງວຽນຮ່ວາງຮຽບ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກ່າວເຕື່ອນວ່າ ເຂດຄວາມກົດດັນອາກາດຕຳ ຍາກທີ່ຈະມີຄວາມແຮງຕື່ມອີກ, ເຖິງຢ່າງໃດກໍ່ຕາມ, ຍັງຈະເກີດມີຝົນຕົກໜັກ ຢູ່ເຂດພາກກາງ, ໄຕງວຽນ. ຄວາມເສຍຫາຍຍ້ອນໄພທຳມະຊາດແມ່ນຫຼາຍທີ່ສຸດ, ພິເສດແມ່ນຄວາມປອດໄພຂອງລະບົບຄັນຄູ ແລະ ການຜະລິດກະສິກຳ. ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນເຂດທີ່ມີຄວາມສ່ຽງສູງ ອາດຈະເກີດນ້ຳຖ້ວມຍ້ອນຝົນຕົກໜັກ ຕ້ອງຊີ້ນຳຢ່າງຂ້ຽວຂາດ, ບໍ່ປະໃຫ້ເກີດ “ນ້ຳຖ້ວມລຽນຕິດ”, ເປັນເຈົ້າການມີວິທີການກຽມພ້ອມເພື່ອກູ້ໄພກູ້ຊີບໃນທຸກໆກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ