ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງອີຣານ ໄດ້ຮັບການສ້າງຕັ້ງ

ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງອີຣານ ໄດ້ຮັບການສ້າງຕັ້ງ - ảnh 1
ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ໄດ້​ຮັບ​ການ​ສ້າງ​ຕັ້ງ
(ພາບ: Presstv)


(vovworld) – ​​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ເຖິງ​ວ່າຍອ​ມຮັບ​ກ່ຽວ​ກັບ​ຂໍ້​ຕົກລົງ​ດັ່ງກ່າວ, ​ແຕ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ແມ່ນ​ຕ້ອງ​ຜ່ານ​ຜ່າ​ບັນດາ​ການ​ເຈລະຈາ​ຈະ​ມາ​ເຖິງ, ​ແຕ່​ວັນ​ທີ 23/02, ທັງ​ອາ​ເມ​ລິ​ກາ ​ແລະ ອີຣານລ້ວນ​ແຕ່​ຢັ້ງຢືນຂໍ້​ຕົງ​ລົງ​ປະ​ຫວັດ​ສາດກ່ຽວກັບໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງກັນຂອງ​ເຕ​ເຣຣານ ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ກ່າວ​ຄຳ​ເຫັນ​ໃນ​ວັນ​ດຽວ​ກັນ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ອາ​ເມ​ລິ​ກາ ​ໄປ​ພ້ອມ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໃນ​ການ​ເຈລະຈາ​ກັບ​ອີຣານ ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ​ໃນ​ທ້າ​ຍອາທິດ​ຜ່ານ​ມາ ຊີ້​ໃຫ້​ເຫັນ​ວ່າ ຄວາມ​ເຫັນ​ດີ​ໃນ​ເບື້ອງ​ຕົ້ນ​ທີ່​ບັນລຸ​ໄດ້​ໃນ 3 ວັນ​ເຈລະຈາ​ແມ່ນ ​ເຕ​ເຣຣານ ຈະ​ຢຸດຕິ​ບັນດ​າການ​ເຄື່ອນ​ໄຫວ​ດ້ານ​ນິວ​ເຄຼຍ ​ເປັນ​ເວລາ 10 ປີ ​ແລະ ບັນດາ​ປະ​ເທດ​ໃນ​ກຸ່ມ P5+1 (​ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ຫຼັງ​ຈາກ​ນັ້ນ​ຈະ​ຄອຍ​ໂຍະຍານ​ບັນດາ​ຂໍ້​ກຳຈັດ​ເພື່ອ​ໃຫ້​ອີຣານ ອາດ​ຈະ​ກັບ​ຄືນ​ສູ່​ໂຄງການ​ນິວ​ເຄຼຍຂອງ​ຕົນ. ຄາດ​ວ່າ​, ຈະຈັດຮອບ​ເຈລະຈາ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການຕໍ່​ໄປໃນ​ວັນ​ທີ 02/03 ຢູ່​ເຊີ​ແນວ.

ຂ່າວ/ບົດ​ອື່ນ