ຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ ຍັງຄົງບໍ່ແນ່ນອນ


ຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ ຍັງຄົງບໍ່ແນ່ນອນ - ảnh 1
ກອງ​ທັບຢູ​ແກຼນ ໃຫ້​ຮູ້​ວ່າ ກຳ​ລັງ​ລັດ​ຖະ​ບານ​ໄດ້​ຖືກ​ບຸກ​ໂຈມ​ຕີ​ເຖິງ 60 ຄັ້ງ​ໃນ​2-3 ຊົວ​ໂມງ ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ບັງ​ຄັບ​ໃຊ້​

(vovworld)- ຢູ່ ຢູ​ແກຼນ, ການ​ປະ​ຕິ​ບັດ ຂໍ້​ຕົກ​ລົງ​ຢຸດ​ຍິງທີ່​ຫາ​ກໍ​ມີ​ຜົນ​ບັງ​ຄັບ​ໃຊ້​ເມື່ອ​ວັນ​ທີ 15/2 ຢູ່​ພາກ​ຕາ​ເວັ​ນ​ອອກ​ຂອງ​ປະ​ເທດນີ້ ຍັງ​ຄົງຖືກ​ບັນ​ດາ​ຝ່າຍ​ຕິດ​ຕາມ​ຢ່າງ​ໃກ້​ຊິດ. ແຕ່ການ​ປະ​ຕິ​ບັດ ຂໍ້​ຕົກ​ລົງ​ຢຸດ​ຍິງນີ້ ຍັງ​ຖືກ​ລະ​ແວງ​ສົງ​ໄສ​ຂະ​ນະ​ທີ່​ຍັງ​ເກີດ​ການ​ຍິງ​ປະ​ທະ​ກັນ​ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ບັງ​ຄັບ​ໃຊ້​ພຽງ 2-3 ຊົວ​ໂມງ. ວັນ​ທີ 15/2, ກອງ​ທັບຢູ​ແກຼນ ໃຫ້​ຮູ້​ວ່າ ກຳ​ລັງ​ລັດ​ຖະ​ບານ​ໄດ້​ຖືກ​ບຸກ​ໂຈມ​ຕີ​ເຖິງ 60 ຄັ້ງ​ໃນ​2-3 ຊົວ​ໂມງ ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ບັງ​ຄັບ​ໃຊ້​. ກົງ​ກັນ​ຂ້າມ, ໂຄ​ສົກ​ຂອງກຳ​ລັງທວງ​ເອົາ​ເອ​ກະ​ລາດ​ຍັງ​ກ່າວ​ຫາ​ທະ​ຫານ​ກີ​ແອບ​ບຸກ​ໂຈມ​ຕີ​ໃສ່​ຖານ​ທີ່​ໝັ້ນຂອງ​ເຂົາ​ເຈົ້າ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ແນ​ໃສ່​ທຳ​ລາຍ​ວົງ​ລ້ອມ Debaltsevo.

 

ຂ່າວ/ບົດ​ອື່ນ