ຂັບ​ປ໊າຢຸງ ຂອງຊົນ​ເຜົ່າ​ຢ້າວ ແລະ ພິ​ທີ ກີ່​ອຽນ​ ຂອງ​ຊົນ​ເຜົ່າ​ໄຕ ແຂວງບັກ​ກ້ານ ໄດ້​ຮັບ​​ການ​ຢັ້ງ​ຢືນ​ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ ​ທີ່​ບໍ່​ແມ່ນ​ວັດ​ຖຸ​​ລະ​ດັ​ບຊາດ

(VOVWORLD) -ຕອນຄ່ຳວັນທີ 8 ຕຸລາ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງບັກກ້ານ ໄດ້ຈັດຕັ້ງພິທີໄຂງານມະໂຫລານການໂຄສະນາເຄື່ອນທີ່ ຄັ້ງທີ XI, ປີ 2020 ແລະ ຕ້ອນຮັບ ມໍລະດົກ “ວັດທະນະທຳ ທີ່ບໍ່ແມ່ນວັດຖຸແຫ່ງຊາດ” ຂັບປ໊າຢຸງ ຂອງຊົນເຜົ່າຢ້າວ ແລະ ພິທີກີ່ອຽນ ບູຊາຜີຫຼັກບ້ານຫລັກເມືອງຂອງຊາວຊົນເຜົ່າໄຕ.
ຂັບ​ປ໊າຢຸງ ຂອງຊົນ​ເຜົ່າ​ຢ້າວ ແລະ ພິ​ທີ ກີ່​ອຽນ​ ຂອງ​ຊົນ​ເຜົ່າ​ໄຕ ແຂວງບັກ​ກ້ານ ໄດ້​ຮັບ​​ການ​ຢັ້ງ​ຢືນ​ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ ​ທີ່​ບໍ່​ແມ່ນ​ວັດ​ຖຸ​​ລະ​ດັ​ບຊາດ - ảnh 1

ມອບໃບຢັ້ງຢືນຂອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຈັດຊື່ການຂັບປ໊າຢຸງຂອງຊົນເຜົ່າຢ້າວ ແລະ ພິທີ ກີ່ອຽນຂອງຊົນເຜົ່າໄຕເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ແມ່ນວັດຖຸລະດັບຊາດ (ພາບ: TTXVN)

ການຂັບປ໊າຢຸງ (ຫຼືເອີ້ນວ່າຂັບປ໊າວຢຸງ) ແມ່ນ ອາການທາງຈິດໃຈຂອງວົງຄະນະຍາດຊົນເຜົ່າຢ້າວ ຢູ່ບັກກ້ານ, ແມ່ນກຳລັງແຜ່ຂະຫຍາຍຢ່າງຍິ່ງໃຫຍ່. ຜ່ານທຳນອງຂັບ ປ໊າຢຸງ, ພໍ່ແມ່ປະຊາຊົນເຜົ່າຢ້າວລຸ້ນຕ່າງໆ ທັງຖ່າຍທອດເນື້ອໃນທີ່ຈຳເປັນໃຫ້ແກ່ຜູ້ຟັງ, ທັງເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ.

ພິທີກີ່ອຽນ ແມ່ນການດຳເນີນຊີວິດດ້ານວັດທະນະທຳ, ຄວາມສັດທາ, ເຫຼື້ອມໃສເຊື່ອຖື ທີ່ມີມາແຕ່ດົນນານໃນການດຳລົງຊີວິດຂອງວົງຄະນະຍາດຊົນເຜົ່າໄຕ, ມັນມີຄວາມໝາຍແມ່ນພິທີພາວະນາຂໍໃຫ້ມີຄວາມສະຫງົບສຸກ, ແມ່ນພິທີບູຊາຜີຫຼັກບ້ານຫຼັກເມືອງໃຫຍ່ທີ່ສຸດໃນປີ. ພິທີນີ້ກໍ່ປະກອບສ່ວນເຂົ້າໃນການສຶກສາອົບຮົມໃຫ້ລູກຫຼານ ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ສະແດງໃຫ້ເຫັນ ຄວາມເອົາໃສ່ຂອງລູກຫຼານທີ່ມີຕໍ່ ປູ່ຍ່າຕາຍາຍ, ພໍ່ແມ່.

        ການຂັບປ໊າຢຸງ ຂອງຊົນເຜົ່າຢ້າວ, ພິທີ ກີ່ອຽນ ຂອງຊົນເຜົ່າໄຕໄດ້ຈັດຊື່ເຂົ້າໃນ “ບັນຊີລາຍຊື່ມໍລະດົກວັດທະນະທຳ ທີ່ບໍ່ແມ່ນວັດຖຸລະດັບຊາດ” ແມ່ນຄວາມເອກອ້າງທະນົງໃຈ, ເປັນການຢັ້ງຢືນບັນດາຄຸນຄ່າ ແລະ ການປະກອບສ່ວນຂອງວັດທະນະທຳບັນດາຊົນເຜົ່າສ່ວນໜ້ອຍຕໍ່ພື້ນຖານເສດຖະກິດລວມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ