ຂົ​ວ​ຕໍ່​ຊຸກ​ຍູ​້​ການ​ພົ​ວ​ພັນ​ດ​້​ານ​ການ​ຄ້າ ຫ​ວຽດ​ນາມ - ອີ​ຕາ​ລີ

(VOVWORLD) -ວັນທີ 15 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ໄດ້ຈັດການພົບປະແບບທາງໄກ ລະດູບານໃໝ່ 2022 ກັບຜູ້ຕາງໜ້າສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອີຕາລີ (ASSOEVI) ເພື່ອແລກປ່ຽນຄຳຄິດເຫັນ ແນໃສ່ຊຸກຍູ້ການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ອີຕາລີ ຫຼາຍກວ່າອີກ.
ຂົ​ວ​ຕໍ່​ຊຸກ​ຍູ​້​ການ​ພົ​ວ​ພັນ​ດ​້​ານ​ການ​ຄ້າ ຫ​ວຽດ​ນາມ - ອີ​ຕາ​ລີ - ảnh 1ທ່ານນາງ ຫງວຽນທິບິກເຫວ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ (ພາບ: TTXVN) 

ກ່າວຄຳເຫັນທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຫງວຽນທິບິກເຫວ້ ເນັ້ນໜັກວ່າ ເຖິງວ່າໃນປີ 2021,ທົ່ວໂລກຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ວົງເງິນການຄ້າສອງສົ້ນ ຫວຽດນາມ - ອີຕາລີ ຍັງບັນລຸລະດັບ 5,6 ຕື້ USD, ໃນນັ້ນ, ວົງການສົ່ງອອກຂອງ ຫວຽດນາມ ໄປຍັງ ອີຕາລີ ບັນລຸ 3,8 ຕື້ USD (ເພີ່ມຂຶ້ນ 22%) ແລະ ວົງເງິນນຳເຂົ້າບັນລຸ 1,8 ຕື້ USD (ເພີ່ມຂຶ້ນ 19%), ຍ້ອນສົນທິສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA)  ມີຜົນສັກສິດ.  ທ່ານ ຟ້າມວັນຮົ່ງ - ຜູ້ຕາງໜ້າຄະນະທີ່ປຶກສາ ASSOEVI ແບ່ງປັນວ່າ ດ້ວຍບົດບາດເປັນບ່ອນສ້າງກາລະໂອກາດດຳເນີນທຸລະກິດ ແລະ ເປັນຂົວຕໍ່ລະຫວ່າງສອງປະເທດ ຫວຽດນາມ - ອີຕາລີ, ນັບມື້ນັບຕ້ອງເຄື່ອນໄຫວຢ່າງມີປະສິດທິຜົນກວ່າອີກ ເພື່ອສ້າງພື້ນຖານພັດທະນາທີ່ໝັ້ນຄົງກວ່າໃນອະນາຄົດ. ບັນດາຜູ້ແທນກໍໄດ້ຍົກອອກຂໍ້ສະເໜີແນະຫຼາຍຂໍ້ເພື່ອໃຫ້ ASSOEVI ປະກອບສ່ວນຫຼາຍກວ່າອີກ ເຂົ້າໃນຂະບວນວິວັດແຫ່ງການເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ, ຜ່ານການເຄື່ອນໄຫວສົມທົບເພີ່ມທະວີການສື່ສານຂໍ້ມູນ, ໜູນຊ່ວຍດ້ານລະບຽບການນິຕິກຳ, ຈັດບັນດາການເຄື່ອນໄຫວຄົ້ນຄວ້າ, ສຶກສາສຳຫຼວດຕະຫຼາດ ອີຕາລີ ແລະ ຫວຽດນາມ… ແນໃສ່ຊອກຫາໂອກາດລົງທຶນ ແລະ ດຳເນີນທຸລະກິດໃຫ້ແກ່ວິສາຫະກິດ ອີຕາລີ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ