ຂະບວນການແຂ່ງຂັນໃນທົ່ວປະເທດມີການ ປ່ຽນແປງໃໝ່ຫຼາຍຢ່າງ, ມີຫົວຄິດປະດິດສ້າງ, ແທດຈິງ
(ພາບປະກອບ)
(vovworld) - ທີ່ກອງປະຊຸມໂດຍກົງຜ່ານເຄືອນຂ່າຍອີນເຕີແນັດ ສະຫຼຸບວຽກງານແຂ່ງຂັນ, ຍ້ອງຍໍປີ 2013, ຜັນຂະຫຍາຍໜ້າທີ່ປີ 2014 ດ້ວຍ 62 ສະຖານທີ່ໃນທົ່ວປະເທດ, ໂດຍສະພາແຂ່ງຂັນ - ຍ້ອງຍໍສູນກາງຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 25/12, ທ່ານນາງຮອງລັດຖະມົນຕີກະຊວງພາຍໃນ ເຈີນທິຮ່າຄ໋ຽດ, ຮອງປະທານຜູ້ປະຈຳການສະພາແຂ່ງຂັນ - ຍ້ອງຍໍສູນກາງຫວຽດນາມ ຢືນຢັນວ່າ: ຂະບວນການແຂ່ງຂັນ ໄດ້ຮັບການປະຕິບັດໃນທົ່ວປະເທດ ໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ມີຫົວຄິດປະດິດສ້າງ ນັບມື້ນັບເຂົ້າສູ່ລວງເລິກ. ພິເສດ, ພົ້ນເດັ່ນກວ່າໝູ່ແມ່ນຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ແລະ ບັນດາຂະບວນການແຂ່ງຂັນຮັກຊາດ ຕິດພັນກັບການຮໍ່າຮຽນ ແລະ ປະຕິບັດຕາມຄຸນສົມບັດປະທານໂຮ່ຈິມິນ. ທີ່ບັນດາຂະບວນການແຂ່ງຂັນອື່ນ ໄດ້ມີບັນດາຮູບແບບປະດິດຄິດສ້າງ, ປັບປຸງເຕັກນິກ, ຍົກສູງສະມັດຕະພາບການອອກແຮງງານ; ບັນດາໝູ່ຄະນະ, ສ່ວນບຸກຄົນໄດ້ມີຜົນງານ ເຊິ່ງໄດ້ຮັບການຍ້ອງຍໍຢ່າງທັງການ, ບັນດາຮູບແບບດີເດັ່ນໄດ້ຮັບການເຊີດຊູ...