ຂະບວນກຳປັ່ນທະຫານເຮືອອົດສະຕາລີຢ້ຽມຢາມນະຄອນໂຮ່ຈີມິນ

(VOVWORLD) -ເຂົ້າຮ່ວມພິທີຕ້ອນຮັບ ລວມມີຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ທະຫານເຂດ 7, ກອງບັນຊາການທະຫານເຮືອ ພ້ອມດ້ວຍບາງອົງການກ່ຽວຂ້ອງ; ອຸປະທູດຊົ່ວຄາວ ແລະ ທູດທະຫານອົດສະຕາລີ ແລະ ຫວຽດນາມ.
ຂະບວນກຳປັ່ນທະຫານເຮືອອົດສະຕາລີຢ້ຽມຢາມນະຄອນໂຮ່ຈີມິນ - ảnh 1(ພາບປະກອບ)

ໂດຍໄດ້ຮັບຄວາມເຫັນດີຂອງກະຊວງປ້ອງກັນປະເທດ ຫວຽດນາມ, ຕອນເຊົ້າວັນທີ 19 ເມສາ, ຂະບວນກຳປັ່ນທະຫານເຮືອ ອົດສະຕາລີ ລວມມີ ກໍາປັ່ນ 03 ລຳ ຄື: HMAS Anzac, Toowoomba ແລະ Success ໄດ້ເຂົ້າທຽບທ່າກຳປັ່ນນະຄອນໂຮ່ຈີມິນ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມຫວຽດນາມ ເຊິ່ງໄດ້ດຳເນີນພາຍໃນເວລາ 04 ວັນ. ເຂົ້າຮ່ວມພິທີຕ້ອນຮັບ ລວມມີຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ທະຫານເຂດ 7, ກອງບັນຊາການທະຫານເຮືອ ພ້ອມດ້ວຍບາງອົງການກ່ຽວຂ້ອງ; ອຸປະທູດຊົ່ວຄາວ ແລະ ທູດທະຫານອົດສະຕາລີ ແລະ ຫວຽດນາມ.

        ຕາມລາຍການຢ້ຽມຢາມ, ກຸ່ມນາຍທະຫານບັນຊາກຳປັ່ນ ຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຫົວໜ້າກອງບັນຊາການທະຫານເຂດ 7 ແລະ ກອງບັນຊາການທະຫານເຮືອພາກໃຕ້. ຄະນະລູກເຮືອ ຈະມີການພົບປະແລກປ່ຽນການແຂ່ງຂັນກິລາ ກັບ ສຳມະນາກອນໂຮງຮຽນເຕັກນິກການທະຫານເຮືອຊັ້ນກາງ ແລະເຂົ້າຮ່ວມບາງການເຄື່ອນໄຫວສັງຄົມຢູ່ທ້ອງຖິ່ນ ໂດຍພະແນກການຕ່າງປະເທດນະຄອນໂຮ່ຈີມິນ ຈັດຕັ້ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ