ຂໍ່ານັບຊົມເຊີຍຄະນະຜູ້ແທນປະຊາຊົນ ສອງປະເທດຫວຽດນາມ - ລາວ

ຂໍ່ານັບຊົມເຊີຍຄະນະຜູ້ແທນປະຊາຊົນ ສອງປະເທດຫວຽດນາມ - ລາວ - ảnh 1
ຂໍ່ານັບ​ຊົມ​ເຊີຍ​ຄະນະ​ຜູ້​ແທນ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ
( ພາບ: chinhphu.vn )


(vovworld) –     ​ເນື່ອງ​ໃນ​ໂອກາດ​ຄະນະ​ຜູ້​ແ​ທນປະຊາຊົນ​ລາວ ​ແລະ ຄະນະ​ຜູ້​ແທນ​ປະຊາຊົນ​ຫວຽດນາມ ​ເດີນທາງມານະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ປີ 2012, ຕອນ​ຄໍ່າ​ວັນ​ທີ 15/7, ສະ​ມາຄົມ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ຈັດ​ຕັ້ງ​ງານ​ພົບ​ປະ​ເພື່ອຂໍ່ານັບ​ຊົມ​ເຊີຍ​ຄະນະ​ຜູ້​ແທນ. ຕາງໜ້າຄະນະ​ປະທານ​ສະຫະສະມາຄົມ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ຫວຽດນາມ - ລາວ, ທ່ານ Vu Xuan Hong ​ໄດ້​ເນັ້ນ​ໜັກ​ວ່າ ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ສຳຄັນ​ຂອງ​ປີ​ສາມັກ​ຄິມິດຕະພາບ​ຫວຽ​​ດນາມ - ລາວ. ລາຍການ​ເຄື່ອນ​ໄຫວ​ຂອງ​ງານ​ມະ​ໂຫລານ​ແມ່ນ​ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ຕຽນກວາງ ​ແລະ ນິງບິ່ງ. ນີ້​ແມ່ນ​ໂອກາດ​ເພື່ອ​​ໃຫ້ບັນດາ​ຜູ້​ແທນ​ຂອງ​ສອງ​ປະ​ເທດ​ພ້ອມ​ກັນ​ແລກ​ປ່ຽນບັນດາ​ບົດຮຽນ​ໃນ​ການ​ຜັນ​ຂະຫຍາຍ​ການ​ເຄື່​ອນ​ໄຫວ​ຕ່າງໆ​ຢູ່​ທ້ອງ​ຖິ່ນ, ຫົວ​ໜ່ອຍ​ຂອງ​ຕົນ ​ແລະ ​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມ​ນຸມສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ແລະ 35 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມືຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ