ຄັ້ງທໍາອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສາກົນ VPPC’ 2019

(VOVWORLD) - ກອງປະຊຸມສາກົນ VPPC’ 2019 (Vehicle Power and Propulsion Conference), ເຊິ່ງເປັນກອງປະຊຸມສາກົນສໍາຄັນແຖວໜ້າໃນຂົງເຂດພະລັງງານ ແລະ ການບັງຄັບບັນດາຍານພາຫະນະທີ່ນໍາໃຊ້ໄຟຟ້າ ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 15 ຕຸລາ ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ “ເຊື່ອມຕໍ່ການຈາລະຈອນໃນອະນາຄົດ”, ກອງປະຊຸມດັ່ງກ່າວ ດໍາເນີນຮອດວັນທີ 17 ຕຸລາ ຈຶ່ງອັດລົງ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 240 ທ່ານ ທີ່ມາຈາກ 31 ປະເທດ.

        ຫວຽດນາມ ເປັນກຽດທີ່ໄດ້ຄັດເລືອກເປັນປະເທດເຈົ້າພາບຈັດຕັ້ງບັນດາລາຍການຂອງກອງປະຊຸມສໍາຄັນນີ້ ຈາກ ອົງການວິສະວະກອນໄຟຟ້າ, ເອເລັກໂຕນິກສາກົນ (IEEE). ກອງປະຊຸມດັ່ງກ່າວ ຖືກຈັດຂຶ້ນແບບໝູນວຽນຜ່ານບັນດາທະວີບ:  ເອີຣົບ, ອາເມລິກາ, ອາຊີ - ປາຊີຟິກ. IEEE – VPPC ຄັ້ງທີ 16 ແມ່ນກອງປະຊຸມທໍາອິດທີ່ຈັດຂຶ້ນຢູ່ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້. ໂດຍມີບົດກ່າວປາໄສຂອງນັກຊ່ຽວຊານ 5 ບົດ, 2 ບົດອະທິບາຍລົງເລິກ 2 ບົດ ແລະ ບົດລາຍງານ 238 ບົດ ຈະໄດ້ສະເໜີໃນ 28 ວາລະຂອງກອງປະຊຸມ, VPPC’ 2019 ໄດ້ກາຍເປັນກອງປະຊຸມໃຫຍ່ອັນດັບທີ 2 ໃນປະຫວັດສາດ 16 ປີຜ່ານມາ.

        ລົດໂອໂຕໄຟຟ້າ ໄດ້ຮັບຖືວ່າ ຈະແມ່ນພາຫະນະຈາລະຈອນຂອງມວນມະນຸດໃນອະນາຄົດອັນໃກ້ໆນີ້ ເພື່ອປ່ຽນແທນໃຫ້ລົດໂອໂຕໃຊ້ນໍ້າມັນຄືໃນປັດຈຸບັນ ຍ້ອນບັນຫາແຫຼ່ງນໍ້າມັນເຊື້ອເພີງຈາກທໍາມະຊາດຖືກໝົດກ້ຽງ ແລະ ກໍ່ພົນລະພິດສິ່ງແວດລ້ອມ. ບັນດາປະເທດ ລ້ວນແຕ່ມີໂຄງການແຫ່ງຊາດກ່ຽວກັບການພັດທະນາລົດໄຟຟ້າ. ຢູ່ຫວຽດນາມ  ກໍມີບາງໂຄງການຄົ້ນຄວ້າກ່ຽວກັບລົດໂອໂຕໄຟຟ້າ. ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ກັບໂລກ, ຫວຽດນາມ ຫາກໍຢູ່ໃນຂັ້ນຕອນເລີ່ມຕົ້ນ ເທົ່ານັ້ນ. ດັ່ງນັ້ນ, ກອງປະຊຸມຄັ້ງນີີ້ ແມ່ນໂອກາດທີ່ດີ ເພື່ອໃຫ້ວົງການນັກວິທະຍາສາດ ແລະ ອຸດສາຫະກໍາພາຍໃນປະເທດ ໄດ້ສໍາຜັດໂດຍກົງກັບ ບັນດານັກຊ່ຽວຊານແຖວໜ້າ ແລະ ບັນດາຜົນງານຫຼ້າສຸດຂອງເຕັກໂນໂລຢີລົດໄຟຟ້າ. 

ຕອບກັບ

ຂ່າວ/ບົດ​ອື່ນ