ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ

(VOVWORLD) -ຫວຽດນາມ ມີສິດອຳນາດອະທິປະໄຕ ແລະ ສິດອຳນາດສານ ເພື່ອປະຕິບັດຄຳສັ່ງຫ້າມຫາປາ, ແລະ ສຳລັບ ຈີນ ບໍ່ມີສິດປະຕິບັດໃນເຂດທະເລຂອງຫວຽດນາມແຕ່ຢ່າງໃດ
ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ - ảnh 1(ພາບປະກອບ)

ຫວ່າງມໍ່ໆມານີ້, ຈີນ ຫາກໍ່ປະກາດຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ ເລີ່ນແຕ່ວັນທີ 01 ພຶດສະພາ - 16 ກັນຍາ 2021, ດ້ວຍການເຂົ້າຮ່ວມຕິດຕາມຂອງກຳລັງຕຳຫຼວດທະເລ. ຂອບເຂດຫ້າມຫາປາແມ່ນເລີ່ມແຕ່ບໍລິເວນທະເລທາງຕອນເໜືອຂອງທະເລຕາເວັນອອກ, ລວມທັງສ່ວນໜຶ່ງເຂດອ່າວພາກເໜືອ ແລະ ໝູ່ເກາະ ຮ່ວາງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ.

        ໄຈ້ແຍກເນື້ອໃນຄຳສັ່ງດັ່ງກ່າວ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູແທັງກາ, ອະດີດຫົວໜ້າກົມຮ່ວມມືສາກົນ ແລະ ວິທະຍາສາດເຕັກໂນໂລຊີ, ກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ, ຢືນຢັນວ່າ:

 “ຈີນ ໄດ້ອອກຄຳສັ່ງຫ້າມຫາປາພຽງລຳພັງຝ່າຍດຽວໃນຂອບເຂດທົ່ວທະເລຕາເວັນອອກ, ເຊິ່ງນອນໃນບໍລິເວນຈາກເສັ້ນຂະໜາມ 12 ອົງສາຂຶ້ນສູ່ທາງທິດເໜືອ. ທົ່ວເຂດທະເລດັ່ງກ່າວລວມທັງໝູ່ເກາະ ຮ່ວາງຊາ ທັງໝົດ ກໍຄືສ່ວນໜຶ່ງເຂດເສດຖະກິດພິເສດຂອງຫວຽດນາມ. ສິ່ງດັ່ງກ່າວແມ່ນຝືນກັບກົດໝາຍສາກົນ. ຢູ່ໃນເຂດທະເລຂອງຫວຽດນາມ, ຫວຽດນາມ ມີສິດອຳນາດອະທິປະໄຕ ແລະ ສິດອຳນາດສານ ເພື່ອປະຕິບັດຄຳສັ່ງຫ້າມຫາປາ, ແລະ ສຳລັບ ຈີນ ບໍ່ມີສິດປະຕິບັດໃນເຂດທະເລຂອງຫວຽດນາມແຕ່ຢ່າງໃດ”.

ຕາມທ່ານ ຫງວຽນຈູໂຮ່ຍ, ຮອງປະທານຜູ້ປະຈຳການສະມາຄົມອາຊີບປະມົງຫວຽດນາມ ແລ້ວ, ຄຳສັ່ງຫ້າມຫາປາດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ ທະເລຕາເວັນອອກພວມມີການຜັນແປສັບສົນຫຼາຍຢ່າງ ເມື່ອ ຈີນ ຮັບຮອງເອົາກົດໝາຍວ່າດ້ວຍຕຳຫຼວດທະເລ. ສະມາຄົມອາຊີບປະມົງ ຫວຽດນາມ ໄດ້ອອກຈົດໝາຍທາງການຄັດຄ້ານຂໍ້ຕົກລົງພຽງລຳພັງຝ່າຍດຽວດັ່ງກ່າວ.

ພາຍຫຼັງຄຳຖະແຫຼງພຽງລຳພັງຝ່າຍດຽວຂອງຈີນ, ວັນທີ 29 ເມສາ, ທ່ານຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ດ່ວານຄັ໊ກຫວຽດ ໄດ້ຢືນຢັນວ່າ: ຫວຽດນາມ ຄັດຄ້ານ ແລະ ເດັດດ່ຽວປະຕິເສດຂໍ້ຕົກລົງພຽງລຳພັງຝ່າຍດຽວດັ່ງກ່າວຂອງຈີນ. ຂໍ້ກຳນົດດັ່ງກ່າວໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ຂອງຫວຽດນາມ, ລະເມີດກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກຖານພື້ນຖານຊີ້ນຳການແກ້ໄຂບັນດາບັນຫາທາງທະເລລະຫວ່າງ ຫວຽດນາມ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ