ຄະນະກຳມະການສາມັກຄີຄິດທະສາສະໜາຫວຽດນາມໄດ້ຈັດຕັ້ງກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດປີ 2012
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 27/2, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການສາມັກຄີຄິດທະສາສະໜາຫວຽດນາມໄດ້ຈັດຕັ້ງກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດປີ 2012, ປຶກສາຫາລືທິດທາງໜ້າທີ່ປີ 2013. ຕອບສະໜອງຂະບວນການແຂ່ງຂັນຮັກຊາດ, ໃນປີຜ່ານມາ, ຊາວຄິດຫວຽດນາມໄດ້ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ, ຫຼົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່. ຄະນະກຳມະການສາມັກຄີຄິດທະສາສະໜາຫວຽດນາມທຸກຂັ້ນຍາມໃດກໍ່ປຸກລະດົມປະຊາຄົມຊາວຄິດເຮັດຫຼ້ອນໜ້າທີ່ຂອງຕົນທີ່ມີຕໍ່ສະມາຄົມສາສະໜາ ແລະ ປະເທດຊາດ, ປະຕິບັດໜ້າທີ່ເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ທ້ອງຖີ່ນ. ຄຸນພໍ່ ຫງວຽນກົງແຢງ, ປະທານຄະນະກຳມະການສາມັກຄີຄິດທະສາສະໜາຫວຽດນາມ, ໃຫ້ຮູ້ວ່າ:
“ຫວນຄືນໄລຍະທີ່ຜ່ານມາ, ພວກເຮົາໄດ້ຮັບຜົນງານຫຼາຍພໍສົມຄວນ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ທິດທາງເຊິ່ງພວກເຮົາໄດ້ວາງອອກແມ່ນຖືກຕ້ອງ. ດ້ວຍບັນດາວຽກງານອັນລະອຽດ, ພວກເຮົາພວມຢືນຢັນຕົນເທື່ອລະກ້າວ, ອັນໄດ້ນຳມາເຊິ່ງຄວາມຫວັງອັນໃຫຍ່ຫຼວງໃຫ້ແກ່ຄິດທະສາສະໜາຫວຽດນາມ ໃນຍຸກປະຈຸບັນ“
ປີຜ່ານມາ, ຄະນະກຳມະການສາມັກຄີຄິດທະສາສະໜາຫວຽດນາມ ໄດ້ກຳນົດໜ້າທີ່ຈຸດສຸມແມ່ນສືບຕໍ່ປຸກລະດົມຊາວຄິດ ເສີມຂະຫຍາຍຈິດໃຈຮັກແພງ, ຊ່ວຍເຫຼືອກັນໃນການອອກແຮງງານທຳການຜະລິດ, ຮຳ່ຮຽນ ແລະ ປະຕິບັດງານ, ຍູ້ແຮງການເຄື່ອນໄຫວກຸສົນສັງຄົມ, ສ່ອງແສງແນວຄິດຈິດໃຈ, ຄວາມມຸ້ງມາດປາຖະໜາອັນເປັນທຳຂອງປະຊາຊົນຊາວຄິດຕໍ່ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ. ຜ່ານນັ້ນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ດ້ວຍຄວາມຕັດສິນໃຈຕິດພັນກັບພາລະກິດຂອງປະເທດຊາດ. ພິເສດແມ່ນຈັດຕັ້ງກອງປະຊຸມຜູ້ແທນຊາວຄິດຫວຽດນາມ ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຄັ້ງທີ 6 ອາຍຸການ 2013 – 2018 ໃຫ້ເປັນຢ່າງດີ.