ຄົ້ນຄວ້າປະກາດໃຊ້ບ້ວງເງິນໜູນຊ່ວຍທີ 2 ເພື່ອຟື້ນຟູພື້ນຖານເສດຖະກິດ

(VOVWORLD) -ປີ 2021, ບັນດາມາດຕະການແກ້ໄຂກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ມີການປ່ຽນແປງ, ອັບເດັດ ແລະ ກ້າວໜ້າກວ່າ.
ຄົ້ນຄວ້າປະກາດໃຊ້ບ້ວງເງິນໜູນຊ່ວຍທີ 2 ເພື່ອຟື້ນຟູພື້ນຖານເສດຖະກິດ - ảnh 1ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເຈິ່ນກວ໊ກເຟືອງ
(ພາບ: laodong.vn)

ເມື່ອຕອບສຳພາດຕໍ່ສື່ມວນຊົນທີ່ກອງປະຊຸມຖະແຫງຂ່າວປະຈຳເດືອນ ກຸມພາ ຂອງລັດຖະບານ, ເຊິ່ງດຳເນີນໃນຕອນບ່າຍວັນທີ 02 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເຈິ່ນກວ໊ກເຟືອງ ໃຫ້ຮູ້ວ່າ, ທີ່ກອງປະຊຸມນັດສາມັນປະຈຳເດືອນມັງກອນ 2021, ລັດຖະບານໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບບາງກະຊວງທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າບັນດາມາດຕະການແກ້ໄຂ, ນະໂຍບາຍໜູນຊ່ວຍວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ-19. ບົນພື້ນຖານນັ້ນ, ເລື່ອງສືບຕໍ່ຄົ້ນຄວ້າບັນດາມາດຕະການແກ້ໄຂໜູນຊ່ວຍແມ່ນມີຄວາມຈຳເປັນ. ທ່ານຮອງລັດຖະມົນຕີ ເຈິ່ນກວ໊ກເຟືອງ, ກ່າວວ່າ.

        “ປີ 2021, ບັນດາມາດຕະການແກ້ໄຂກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ມີການປ່ຽນແປງ, ອັບເດັດ ແລະ ກ້າວໜ້າກວ່າ. ພິເສດ, ຫວຽດນາມ ໄດ້ມີການດັດປັບທີ່ເໝາະສົມກັບສະພາບການ, ຕິດພັນກັບເປົ້າໝາຍຄວບຄູ່ແມ່ນທັງປ້ອງກັນ ສະກັດກັ້ນໂລກລະບາດ, ທັງພັດທະນາເສດຖະກິດ-ສັງຄົມ. ເປົ້າໝາຍຖືກຜົນກະທົບໃນສັງຄົມກໍ່ມີການປ່ຽນແປງເມື່ອທຽບໃສ່ໄລຍະກ່ອນນີ້, ຕະຫຼາດຢູ່ພາຍໃນປະເທດຄ່ອຍໆໄດ້ຮັບການຟື້ນຟູ. ບັນດາເປົ້າໝາຍຖືກຜົນສະທ້ອນຢ່າງໜັກໜ່ວງກໍ່ຮັດແຄບລົງ (ລວມມີຂະແໜງທ່ອງທ່ຽວ ແລະ ບັນດາການບໍລິການຮັບໃຊ້ການທ່ອງທ່ຽວ…), ນອກນັ້ນຍັງມີບາງວິສາຫະກິດຂົນສົ່ງ. ບົນພື້ນຖານນັ້ນ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ມີເອກະສານສົ່ງເຖິງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ, ຕີລາຄາຜົນກະທົບຂອງໂລກລະບາດທີ່ມີຕໍ່ການເຄື່ອນໄຫວຂອງແຕ່ລະຂົງເຂດ”.

ຕອບກັບ

ຂ່າວ/ບົດ​ອື່ນ