ຄູ​ຝຶກ ມາຍ​ດຶກ​ຈູງ ຖະ​ຫວາຍ​ໄຊ​ຊະ​ນະ​ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ນັກກິລາທຸກຄົນໃນທິມບານເຕະຍິງ ຫວຽດນາມ ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຈົນສຸດຄວາມສາມາດເພື່ອຍາດເອົາຊະນະ. ນີ້ແມ່ນຂອງຂວັນເພື່ອຖະຫວາຍແດ່ປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງເພິ່ນ ຄົບຮອບ 132 ປີ (ວັນທີ 19 ພຶດສະພາ 1890) ກໍຄື ແຟນບານໃນທົ່ວປະເທດ.
ຄູ​ຝຶກ ມາຍ​ດຶກ​ຈູງ ຖະ​ຫວາຍ​ໄຊ​ຊະ​ນະ​ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ກອງເຊຍໃຫ້ແກ່ທິມບານເຕະຍິງ ຫວຽດນາມ

ຕອນຄ່ຳວັນທີ 18 ພຶດສະພາ, ທິມບານເຕະຍິງ ຫວຽດນາມ ຍາດໄດ້ຊະນະຕໍ່ ທິມບານເຕະຍິງ ມຽນມາ ດ້ວຍ 1 – 0 ໄດ້ເຂົ້າຮອບຊິງຊະນະເລີດບານເຕະຍິງໃນງານມະຫາກຳ ຊີເກມ 31. ໃນການຖະແຫຼງຂ່າວເຊິ່ງຈັດຂຶ້ນຫຼັງການແຂ່ງຂັນ, ຄູຝຶກ ທິມບານເຕະຍິງ ຫວຽດນາມ ທ່ານ ມາຍດຶກຈູງ ໃຫ້ຮູ້ວ່າ: ນັດແຂ່ງຂັນກັບ ມຽນມາ ແມ່ນຫຍຸ້ງຍາກທີ່ສຸດ. ສອງທິມມີຄວາມສາມາດເທົ່າທຽມກັນແຕ່ ຫວຽດນາມ ຄອງບານ ແລະ ໄດ້ຍິງຫຼາຍກວ່າ. ນັກກິລາທຸກຄົນໃນທິມບານເຕະຍິງ ຫວຽດນາມ ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຈົນສຸດຄວາມສາມາດເພື່ອຍາດເອົາຊະນະ. ນີ້ແມ່ນຂອງຂວັນເພື່ອຖະຫວາຍແດ່ປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງເພິ່ນ ຄົບຮອບ 132 ປີ (ວັນທີ 19 ພຶດສະພາ 1890) ກໍຄື ແຟນບານໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ